ພົບຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໝາກສຸກລີງກໍລະນີທຳອິດຢູ່ໄທ

2022-07-22 15:24:50 cri

      ວັນທີ 21 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ກະຊວງສາທາລະນະສຸກຂອງໄທໄດ້ແຈ້ງຂ່າວວ່າ: ຢູ່ປະເທດໄທໄດ້ພົບຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໝາກສຸກລີງກໍລະນີທຳອິດ.

      ເຈົ້າໜ້າທີ່ຮັບຜິດຊອບພະແນກຄວບຄຸມພະຍາດກະຊວງສາທາລະນະສຸກຂອງໄທກ່າວວ່າ: ກ່ອນໜ້ານີ້, ໂຮງໝໍເອກະຊົນແຫ່ງໜຶ່ງທີ່ແຂວງພູເກັດຂອງໄທໄດ້ລາຍງານພົບຜູ້ຖືກສົງໄສຕິດເຊື້ອພະຍາດໝາກສຸກລີງຄົນໜຶ່ງ, ພະແນກຄວບຄຸມພະຍາດຂອງໄທຈຶ່ງໄດ້ສົ່ງໜ່ວຍງານກວດກາເດີນທາງໄປພູເກັດໃນວັນທີ 18 ກໍລະກົດນີ້,ເພື່ອຮ່ວມກັບພາກສວ່ນສາທາລະນະສຸກແລະອົງການທີ່ກ່ຽວຂ້ອງຂອງແຂວງພູເກັດຮ່ວມກັນກວດກາຜູ້ຕິດເຊື້ອພະຍາດກໍລະນີດັ່ງກ່າວ.

      ຕາມຂ່າວແຈ້ງວ່າ: ຜູ້ຕິດເຊື້ອພະຍາດດັ່ງກ່າວມີອາຍຸ 27 ປີ, ແມ່ນຜູ້ຊາຍສັນຊາດນີເຊຣີ, ເຄີຍທ່ອງທ່ຽວຢູ່ນີເຊຣີມາກ່ອນ.