ເປີດປະຕູສູ່ເມືອງຈີນ: ເລື່ອງເລົ່າກ່ຽວກັບ “ໜຶ່ງແລວໜຶ່ງເສັ້ນທາງ”02

2022-07-22 09:31:05 cri

ເມື່ອປະມານ 2.500 ປີກ່ອນ, ຊ່າງໄມ້ຄົນໜຶ່ງໃນສະໄໝຊຸ່ນຊິ່ວຂອງຈີນ ທີ່ຊື່ວ່າ ຫຼູປ່ານ ມີຊື່ສຽງດົງດັງຍ້ອນໄດ້ປະດິດສ້າງອຸປະກອນຊະນິດຕ່າງໆ. ຫຼັງຈາກນັ້ນ 2.500 ປີ, “ສູນຝຶກອົບຮົມຫຼູປ່ານ” ເຊິ່ງເປັນເວທີແລກປ່ຽນສາກົນດ້ານອາຊີວະສຶກສາ ທີ່ໃສ່ຊື່ຕາມຫຼູປ່ານ ໄດ້ຮັບການຍ້ອງຍໍຢູ່ໃນຂອບເຂດທົ່ວໂລກ.

ໃນເດືອນກັນຍາປີ 2018, ໃນເວລາກ່າວຄຳປາໄສໃນພິທີໄຂກອງປະຊຸມສຸດຍອດປັກກິ່ງຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກາ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນວ່າ: ຈີນຈະສ້າງສູນຝຶກອົບຮົມຫຼູປ່ານ 10 ແຫ່ງຢູ່ອາຟຣິກາ ເພື່ອໃຫ້ການຝຶກອົບຮົມດ້ານວິຊາຊີບແກ່ຊາວໜຸ່ມອາຟຣິກາ. ໃນເດືອນພະຈິກປີ 2021, ໃນພິທີໄຂກອງປະຊຸມລະດັບລັດຖະມົນຕີຄັ້ງທີ 8 ຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກາ, ທ່ານປະທານສີຈິ້ນຜິງ ໄດ້ກ່າວຜ່ານທາງວີດີໂອວ່າ: ຈີນຈະສືບຕໍ່ຮ່ວມມືກັບປະເທດອາຟຣິກາໃນການສ້າງສູນຝຶກອົບຮົມຫຼູປ່ານ ແລະສົ່ງເສີມວິສາຫະກິດຈີນທີ່ຢູ່ອາຟຣິການັ້ນ ສະໜອງຕຳແໜ່ງປະກອບອາຊີບບໍ່ໜ້ອຍກວ່າ 8 ແສນຕຳແໜ່ງໃຫ້ແກ່ທ້ອງຖິ່ນ. ຕໍ່ໄປ, ຜູ້ດຳເນີນລາຍການຈະເລົ່າເລື່ອງກ່ຽວກັບຊາວໜຸ່ມປະເທດເອທິໂອປີ ທະວີບອາຟຣິກາ ທີ່ຮຽນເຕັກນິກທັນສະໄໝຢູ່ສູນຝຶກອົບຮົມຫຼູປ່ານສູ່ທ່ານຟັງ.

ຊາວໜຸ່ມປະເທດເອທິໂອປີຄົນໜຶ່ງມີຊື່ພາສາຈີນວ່າ ທ້າວກວ່ານຊ່ານໄຫ ເປັນນັກຮຽນປີທີ 4 ຂອງມະຫາວິທະຍາໄລວິທະຍາສາດເຕັກໂນໂລຊີເອທິໂອປີ. ຍ້ອນມີຄວາມຕິດອົກຕິດໃຈຕໍ່ວິຊາກົນຈັກອັດຕະໂນມັດ ແລະວັດທະນະທຳຂອງຈີນ, ທ້າວກວ່ານຊ່ານໄຫ ໄດ້ເຂົ້າຮຽນບຳລຸງຢູ່ສູນຝຶກອົບຮົມຫຼູປ່ານ ຜ່ານການແນະນຳຈາກອາຈານຂອງຕົນ. ຍ້ອນຄວາມສາມາດດ້ານການຮ່ຳຮຽນມີຄວາມພົ້ນເດັ່ນ, ນອກຈາກການຮຽນເຕັກໂນໂລຊີປະຈຳວັນແລ້ວ, ທ້າວກວ່ານຊ່ານໄຫ ຍັງໄດ້ເຮັດວີດີໂອການສອນ ທີ່ສະເໜີດ້ວຍພາສາຈີນ ແລະພາສາອຳຮາຣິກ ທີ່ເປັນພາສາທ້ອງຖິ່ນດັ່ງກ່າວ ເພື່ອຊຸກຍູ້ສູນຝຶກອົບຮົບຫຼູປ່ານໃຫ້ມີການພັດທະນາຢູ່ທ້ອງຖິ່ນປະເທດເອທິໂອປີ.

ທ້າວກວ່ານຊ່ານໄຫມີຄວາມປາຖະໜາອັນໜຶ່ງ ກໍຄືໄປປະເທດຈີນ ທີ່ເປັນປະເທດຊາດຂອງຫຼູປ່ານ. ປັດຈຸບັນ, ລາວໄດ້ຮັບໃບແຈ້ງຮັບເຂົ້າຮຽນຈາກມະຫາວິທະຍາໄລສ້າງຄູວິຊາຊີບທຽນສິນແລ້ວ. ໃນເດືອນກັນຍາປີນີ້, ຄວາມໃຝ່ຝັນຂອງລາວກໍຈະປາກົດຜົນເປັນຈິງແລ້ວ. ທ້າວກວ່ານຊ່ານໄຫເວົ້າວ່າ: ຫຼັງຈາກຂ້ອຍໄດ້ສຳຜັດກັບເຕັກໂນໂລຊີລະດັບສູງຢູ່ສູນຝຶກອົບຮົມຫຼູປ່ານແລ້ວ, ຂ້ອຍມີຄວາມຮັກຫອມຕໍ່ວິຊາຂອງຂ້ອຍຫຼາຍກວ່າເກົ່າ. ຂ້ອຍຢາກສະແຫວງຫາຄວາມຮູ້ຫຼາຍກວ່າເກົ່າ, ສະນັ້ນ, ຂ້ອຍຈຶ່ງຢາກໄປຮຽນຢູ່ຈີນ.

ນາງເບຕີ ເປັນຜູ້ຮັບຜິດຊອບຝ່າຍເອທິໂອປີຂອງສູນຝຶກອົບຮົມຫຼູປ່ານທີ່ປະເທດເອທິໂອປີ, ນາງເຄີຍໄປຮຽນຕໍ່ຢູ່ຈີນເປັນເວລາ 4 ປີ. ນາງເບຕີເຫັນວ່າ: ຢູ່ປະເທດຈີນ ຕົນບໍ່ພຽງແຕ່ໄດ້ສຳເລັດການຮຽນ ແລະເປີດກວ້າງສາຍຕາເທົ່ານັ້ນ, ຍັງໄດ້ຜູກສ່ຽວຫຼາຍຄົນອີກດ້ວຍ.

ເພື່ອຊຸກຍູ້ການພັດທະນາຂອງອາຊີວະສຶກສາຢູ່ປະເທດເອທິໂອປີ ແລະເຮັດໃຫ້ຊາວໜຸ່ມເອທິໂອປີສາມາດຮຽນເຕັກນິກ ແລະຄວາມຮູ້ທີ່ທັນສະໄໝໃຫ້ຫຼາຍຂຶ້ນ, ນາງເບຕີ ຈຶ່ງໄດ້ສະໝັກເປັນຜູ້ຮັບຜິດຊອບຝ່າຍເອທິໂອປີຂອງສູນຝຶກອົບຮົມຫຼູປ່ານແຫ່ງນີ້. ນາງເບຕີມີຄວາມພາກພູມໃຈຕໍ່ກັບເຕັກນິກທີ່ໄດ້ຮຽນ ແລະອະນາຄົດການປະກອບອາຊີບຂອງນັກຮຽນຢູ່ສູນຝຶກອົບຮົມຫຼູປ່ານ.

ນາງເບຕີກ່າວວ່າ: ນັກຮຽນທັງຫຼາຍມີຄວາມຕິດອົກຕິດໃຈຕໍ່ວິຊາທີ່ຕົນຮຽນ ໂດຍໄດ້ເຂົ້າຮ່ວມໂຄງການປະຕິບັດຕົວຈິງຕ່າງໆ ເຊັ່ນ: ວິທະຍຸໂທລະພາບ, ເຄື່ອງສົ່ງສັນຍານ, ກ້ອງວົງຈອນປິດ ແລະອື່ນໆ. ເຂົາເຈົ້າໄດ້ຕິດຕັ້ງ ແລະທົດລອງໃຊ້ ແລະກໍໄດ້ມີການປະດິດສ້າງໃໝ່ຫຼາຍຢ່າຍ. ການຝືກອົບຮົມເຫຼົ່ານີ້ ຈະຊ່ວຍເຂົາເຈົ້າມີຄວາມສາມາດແຂ່ງຂັນຢ່າງເຂັ້ມແຂງພາຍຫຼັງຮຽນຈົບ ແລະເຮັດວຽກ. ມີນັກຮຽນຫຼາຍຄົນໄດ້ມີວຽກເຮັດງານທຳທີ່ດີຫຼັງຮຽນຈົບ, ບາງຄົນເຮັດວຽກຢູ່ບໍລິສັດການບິນເອທິໂອປີ, ອົງການການບິນພົນລະເຮືອນ, ບໍລິສັດວິທະຍຸກະຈາຍສຽງ, ສະຖານີໂທລະພາບ, ບາງຄົນເຮັດວຽກຢູ່ບໍລິສັດເຕັກໂນໂລຊີ, ບໍລິສັດໂທລະຄົມ, ຍັງມີບາງຄົນໄດ້ສ້າງທຸລະກິດຂອງຕົນ.

ທ່ານນາງເຕຊາເລ ເບເຣຊາ ຫົວໜ້າສະຖາບັນຝຶກອົບຮົມເຕັກນິກວິຊາຊີບເອທິໂອປີເຫັນວ່າ: ການສ້າງຕັ້ງສູນຝຶກອົບຮົບຫຼູປ່ານ ເປັນການສະໜອງການບໍລິການດ້ານເຕັກນິກ ແລະການສະໜັບສະໜູນດ້ານບຸກຄະລາກອນ ໃຫ້ກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ສ່ວນການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ກໍໄດ້ສ້າງໂອກາດຢ່າງຫຼວງຫຼາຍໃຫ້ກັບການພັດທະນາຂອງປະເທດເອທິໂອປີ.