ເປີດປະຕູສູ່ເມືອງຈີນ: ເລື່ອງເລົ່າກ່ຽວກັບ “ໜຶ່ງແລວໜຶ່ງເສັ້ນທາງ”03

2022-07-22 09:37:05 cri

ການເປີດນຳໃຊ້ທາງລົດໄຟຮົງກາລີ-ແຊັກບີຕອນນະຄອນຫຼວງແບນກຣາດ-ນະຄອນໂນວິຊາດໃນກາງເດືອນມີນາປີ 2022 ນີ້ ໄດ້ເຮັດໃຫ້ການອອກເດີນທາງຂອງປະຊາຊົນປະເທດແຊັກບີມີຄວາມສະດວກຫຼາຍຂຶ້ນ.

ຄຽງຄູ່ກັບສຽງໂຫວດລົດໄຟດັງຫວູ້ດໆ, ລົດໄຟຕິດແອສອງຊັ້ນລຸ້ນໃໝ່ຂະບວນໜຶ່ງ ໄດ້ຈອດຢູ່ສະຖານີລົດໄຟສູນກາງນະຄອນຫຼວງແບນກຣາດ ປະເທດແຊັກບີ. ທ້າວອາເລັກຊານດາ ຈິນດິກ ນັກຮຽນມັດທະຍົມຕອນປາຍຂອງແຊັກບີ ພ້ອມກັບໝູ່ຂອງລາວ ໄດ້ຮ່ວນກັນຂຶ້ນລົດໄຟຖ້ຽວນີ້ຢ່າງບໍ່ລໍຊ້າ. ເພື່ອສຳຜັດກັບຄວາມໄວ 200 ກິໂລແມັດຕໍ່ຊົ່ວໂມງຂອງລົດໄຟ, ທ້າວອາເລັກຊານດາ ຈິນດິກ ແລະໝູ່ຂອງລາວ ໄດ້ລໍຖ້າຢູ່ຊານສາລາສະຖານີລົດໄຟເປັນເວລາ 2 ຊົ່ວໂມງປາຍແລ້ວ.

ທ້າວອາເລັກຊານດາເວົ້າວ່າ: ຂ້ອຍມາເທື່ອນີ້ແມ່ນເພື່ອຢາກຂີ່ລົດໄຟຄວາມໄວສູງ, ຂ້ອຍຢາກຮູ້ວ່າມັນໄວປານໃດ ແລະໃຊ້ເວລາໜ້ອຍຊ່ຳໃດກໍຈະຮອດນະຄອນໂນວິຊາດ.

ໃນລົດໄຟຂະບວນນີ້, ນອກຈາກມີນັກຮຽນໄວໜຸ່ມຄືທ້າວອາເລັກຊານດາທີ່ຢາກສຳຜັດກັບລົດໄຟຄວາມໄວສູງແລ້ວ, ຍັງມີພະນັກງານຂອງບໍລິສັດຕ່າງໆ ເຊິ່ງຊີວິດການເປັນຢູ່ ແລະວຽກງານຂອງເຂົາເຈົ້າໄດ້ຮັບການປ່ຽນແປງຢ່າງຫຼວງຫຼາຍຍ້ອນທາງລົດໄຟສາຍນີ້. ເຮືອນຂອງນາງເຈເລນາ ອີລິກ ຢູ່ນະຄອນໂນວິຊາດ ທາງພາກເໜືອຕອນກາງຂອງປະເທດແຊັກບີ, ແຕ່ບ່ອນເຮັດວຽກຂອງລາວແມ່ນຢູ່ນະຄອນຫຼວງແບນກຣາດ. ນັບແຕ່ປີ 2014 ເປັນຕົ້ນມາ, ນາງເຈເລນາ ອີລິກ ໄດ້ຂີ່ລົດໄຟໄປກັບລະຫວ່າງສອງຕົວເມືອງດັ່ງກ່າວ. ເວົ້າສຳລັບນາງເຈເລນາ ອີລິກແລ້ວ, ທາງລົດໄຟສາຍນີ້ “ໄວປານແສງ”.

ຄຳເວົ້ານີ້ຟັງແລ້ວຄືວ່າເກີນຈິງ, ແຕ່ກໍເປັນຄວາມຮູ້ສຶກຕົວຈິງຂອງລາວເອງ. ທາງລົດໄຟຮົງກາລີ-ແຊັກບີສາຍເກົ່າແມ່ນສ້າງໃນທ້າຍສະຕະວັດທີ 19. ຍ້ອນບໍ່ໄດ້ຮັບການສ້ອມແປງບູລະນະເປັນໄລຍະຍາວນານ, ເຄື່ອງອຸປະກອນຕ່າງໆມີການຊຸດໂຊມລົງ, ຄວາມໄວສະເລ່ຍມີແຕ່ປະມານ 40 ກິໂລແມັດຕໍ່ຊົ່ວໂມງເທົ່ານັ້ນ ແລະຍັງເກີດມີການຕິດຂັດຕະຫຼອດອີກດ້ວຍ. ກ່ອນເປີດທາງລົດໄຟສາຍໃໝ່ນີ້, ນາງເຈເລນາ ອີລິກ ຂີ່ລົດໄຟລະຫວ່າງນະຄອນຫຼວງແບນກຣາດຫານະຄອນໂນວິຊາດ ໄວສຸດຕ້ອງໃຊ້ເວລາ 2 ຊົ່ວໂມງ, ບາງເທື່ອ 5 ຊົ່ວໂມງເຄິ່ງກໍມີ, ແຕ່ປັດຈຸບັນ ໃຊ້ແຕ່ເຄິ່ງຊົ່ວໂມງເທົ່ານັ້ນ. ນາງເຈເລນາ ອີລິກ ເວົ້າຢອກວ່າ: ເຄັດລັບຂອງການຂີ່ລົດໄຟໃນເມື່ອກ່ອນກໍຄື ຕ້ອງມີຄວາມອົດທົນ.

ທາງລົດໄຟຮົງກາລີ-ແຊັກບີ ເປັນໂຄງການສຳຄັນລະຫວ່າງຈີນກັບປະເທດເອີຣົບກາງ ແລະເອີຣົບຕາເວັນອອກ ໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ແລະເປັນໂຄງການທຳອິດທີ່ເຕັກນິກດ້ານທາງລົດໄຟຂອງຈີນ ກັບມາດຕະຖານເຕັກນິກຂອງເອີຣົບເຊື່ອມໂຍງເຊື່ອມຈອດກັນ. ປັດຈຸບັນ, ກຸ່ມບໍລິສັດທາງລົດໄຟຈີນ ກຳລັງຮ່ວມມືກັບຄູ່ຮ່ວມມືຂອງແຊັກບີໃນການລົງມືກໍ່ສ້າງທາງລົດໄຟຮົງກາລີ-ແຊັກບີຕອນສຸດທ້າຍໃນດິນແດນປະເທດແຊັກບີ ຄືຈາກນະຄອນໂນວິຊາດຫາຊາຍແດນລະຫວ່າງຮົງກາລີກັບແຊັກບີ.

ທາງລົດໄຟຮົງກາລີ-ແຊັກບີຍາວທັງໝົດ 350 ກິໂລແມັດ, ໃນນັ້ນ, ຕອນຢູ່ປະເທດແຊັກບີຍາວ 183 ກິໂລແມັດ. ຕາມແຜນການທີ່ກຳນົດໄວ້, ທາງລົດໄຟຮົງກາລີ-ແຊັກບີຕອນຢູ່ປະເທດແຊັກບີ ຈະເປີດນຳໃຊ້ທັງໝົດໃນປີ 2025.

ທ່ານອາເລັກຊານດາ ວູຊິກ ປະທານາທິບໍດີແຊັກບີ ເຄີຍໄປສຳຫຼວດກວດກາໂຄງການກໍ່ສ້າງທາງລົດໄຟຮົງກາລີ-ແຊັກບີຫຼາຍຄັ້ງ. ທ່ານເຫັນວ່າ: ໂຄງການທາງລົດໄຟຮົງກາລີ-ແຊັກບີມີຄວາມສຳຄັນທີ່ສຸດຕໍ່ປະເທດແຊັກບີ, ເປັນຂອງຂວັນທີ່ຈະຕ້ອງຈົ່ງໄວ້ໃຫ້ລູກຫຼານ. ທາງລົດໄຟຮົງກາລີ-ແຊັກບີ ເປັນການຮ່ວມມືລະຫວ່າງແຊັກບີ, ຮົງກາລີ ກັບຈີນ ທີ່ໄດ້ປະສົບຜົນສຳເລັດ ພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ”.