ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງປະທານາທິບໍດີເອຢິບເນື່ອງໃນໂອກາດວັນຊາດເອຢິບຄົບຮອບ 70 ປີ

2022-07-24 12:59:46 cri

ວັນທີ 23 ກໍລະກົດ2022, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ສົ່ງສານຊົມເຊີຍເຖິງທ່ານອັບເດວ ຟາຕາ ອັນໄຊຊີ ປະທານາທິບໍດີເອຢິບເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດເອຢິບຄົບຮອບ 70 ປີ.

 ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ໃນຊຸມປີຜ່ານມາ, ເອຢິບໄດ້ກ້າວເດີນຕາມເສັ້ນທາງເອກະລາດແລະເປັນເຈົ້າຕົນເອງຢ່າງເດັດດ່ຽວໜຽວແໜ້ນ, ການສ້າງສາປະເທດຊາດໄດ້ພັດທະນາໄປຢ່າງເປັນຂະບວນຟົດຟື້ນ, ໄດ້ເສີມຂະຫຍາຍບົດບາດອັນສຳຄັນເຂົ້າໃນວຽກງານພາກພື້ນແລະສາກົນ. ເມື່ອບໍ່ດົນມານີ້, ຂ້າພະເຈົ້າໄດ້ຮ່ວມກັບທ່ານປະທານາທິບໍດີໄຊຊີເຂົ້າຮ່ວມ ກອງປະຊຸມສົນທະນາລະດັບສູງການພັດທະນາໂລກ ແລະຊຸກຍູ້ໃຫ້ກອງ ປະຊຸມໄດ້ຮັບໝາກຜົນອັນອຸດົມສົມບູນ, ເຊິ່ງໄດ້ສົ່ງສຽງທີ່ເຂັ້ມແຂງແຫ່ງຍຸກສະໄໝເພື່ອບັນລຸເປົ້າໝາຍການພັດທະນາແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນ.

 ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງໄດ້ລະບຸຕື່ມວ່າ: ຂ້າພະເຈົ້າໃຫ້ ຄວາມສຳຄັນເປັນຢ່າງສູງຕໍ່ການເສີມຂະຫຍາຍສາຍພົວພັນຈີນ-ເອຢິບ ແລະຍິນ ດີສຸມຄວາມພະຍາຍາມຮ່ວມກັບທ່ານປະທານາທິບໍດີໄຊຊີ, ເດັດດ່ຽວສະໜັບ ສະໜູນເຊິ່ງກັນແລະກັນ, ຊຸກຍູ້ຈີນ-ເອຢິບຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ດຳເນີນການຮ່ວມມືເພື່ອຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາໂລກ, ປົກປ້ອງຜົນປະໂຫຍດຮ່ວມຂອງປະເທດພວມພັດທະນາ, ເດັດດ່ຽວມຸ່ງໜ້າກ້າວໄປສູ່ເປົ້າ ໝາຍການສ້າງຄູ່ຮ່ວມຊາຕາກຳຈີນ-ເອຢິບໃນຍຸກໃໝ່, ເພື່ອສ້າງຄວາມສົມ ບູນພູນສຸກໃຫ້ກັບສອງປະເທດ ກໍຄືປະຊາຊົນສອງຊາດ.