ຄວາມຮູ້ກ່ຽວກັບໂມດູນທົດລອງເວິ້ນທ່ຽນ

2022-07-25 11:51:43 cri


   ວັນທີ 24 ກໍລະກົດນີ້,ຈີນໄດ້ປະສົບຜົນສຳເລັດໃນການຍິງສົ່ງຈະຫຼວດສົ່ງຍານສາງເຈິ່ງ5-BY3 ບັນທຸກໂມດູນທົດລອງເວິ້ນທ່ຽນຂຶ້ນສູ່ອະວະກາດ, ພ້ອມທັງໄດ້ເຊື່ອມຕໍ່ກັບໂມດູນແກນກາງຫຼື Core module ຢ່າງສຳເລັດຜົນ.ຫຼັງຈາກນັ້ນ,ນັກບິນອະວະກາດເຊິ່ນໂຈ່ວ-14 ຈະເຂົ້າສູ່ໂມດູນທົດລອງເວິ້ນທ່ຽນ.ຕໍ່ໄປຈະແນະນຳຄວາມຮູ້ກ່ຽວກັບໂມດູນທົດລອງເວິ້ນທ່ຽນໃຫ້ທ່ານໄດ້ຮຽນຮູ້. 


  1.ໂມດູນທົດລອງເວິ້ນທ່ຽນແມ່ນໂມດູນຫຍັງ?


  ໂມດູນທົດລອງເວິ້ນທ່ຽນແມ່ນພາກສ່ວນປະກອບອັນສຳຄັນຂອງສະຖານີອະວະກາດຈີນ,ທັງແມ່ນໂມດູນທົດລອງແຫ່ງທຳອິດຂອງສະຖານີອະວະກາດຈີນ,ແມ່ນຍານອະວະກາດໂມດູນດຽວທີ່ໜັກກວ່າໝູ່ຢູ່ໃນໂລກທີ່ປະຈຳການຢູ່ຕາມວົງໂຄຈອນ.ມັນເໝືອນດັ່ງໄດ້ຂົນເອົາຫ້ອງທົດລອງວິທະຍາສາດຂະໜາດໃຫຍ່ແຫ່ງໜຶ່ງຂຶ້ນສູ່ອະວະກາດ,ໝາຍຄວາມວ່າ ຄົນຈີນສາມາດດຳເນີນການທົດລອງວິທະຍາສາດອະວະກາດຢ່າງຂະໜາດໃຫຍ່ຢູ່ອະວະກາດແລ້ວ.


  2.ໂມດູນທົດລອງເວິ້ນທ່ຽນຈະດຳເນີນພາລະກິດຫຍັງແດ່?


   ພາລະກິດຕົ້ນຕໍຂອງໂມດູນທົດລອງເວິ້ນທ່ຽນແມ່ນມີຄວາມສາມາດຄຸ້ມຄອງແລະຄວບຄຸມສະຖານີອະວະກາດຢ່າງເປັນເອກະພາບກັນ,ມີຄວາມສາມາດໃນການເຊື່ອມຕໍ່ ຍ້າຍບ່ອນແລະຈອດກັບCore module;ສະໜັບສະໜູນນັກບິນອະວະກາດປະຈຳຢູ່ວົງໂຄຈອນ,ສະໜອງໂມດູນປະຕູອາກາດແລະສະຖານທີ່ລີ້ໄພສຸກເສີນ,ຮັບປະກັນຄວາມປອດໄພຂອງນັກບິນອະວະ ກາດ;ສະໜັບສະໜູນການດຳເນີນການທົດລອງວິທະຍາສາດໃນແລະນອກໂມດູນແລະການທົດລອງດ້ານເຕັກໂນໂລຊີ.


   3.ຫຼັງຈາກການເຊື່ອມຕໍ່ແລ້ວ,ນັກບິນອະວະກາດຈະເຂົ້າສູ່ໂມດູນທົດລອງເວິ້ນທ່ຽນບໍ່?


   ນັກບິນອະວະກາດເຊີ່ນໂຈ່ວ-14 ຈະເຂົ້າສູ່ໂມດູນທົດລອງເວິ້ນທ່ຽນ,ນີ້ແມ່ນສະຖານີອະວະກາດຈີນຕ້ອນຮັບການມາຢາມຂອງຍານອະວະກາດພາຍໃຕ້ສະພາບການມີຄົນປະຈຳຢູ່.


   4.ໂມດູນທົດລອງເວິ້ນທ່ຽນມີຄົນຢູ່ໄດ້ບໍ່?


    ຫ້ອງເຮັດວຽກຂອງໂມດູນທົດລອງເວິ້ນທ່ຽນມີເຂດນອນ 3 ເຂດ, ເຂດຫ້ອງນ້ຳ 1 ເຂດ.ພາຍຫຼັງເຊື່ອມຕໍ່ກັບ Core module ທ່ຽນເຫີແລ້ວ,ຕຽງນອນຢູ່ສະຖານີອະວະກາດຈີນມີເພີ່ມຂຶ້ນຮອດ 6 ຕຽງ,ສາມາດຕອບສະໜອງກັບເງື່ອນໄຂໃຫ້ນັກບິນອະວະກາດ 6 ຄົນເຂົ້າປະຈຳ.


   5.ໂມດູນທົດລອງເວິ້ນທ່ຽນຈະຢູ່ອະວະກາດດົນປານໃດ?


    ອາຍຸການອອກແບບສະຖານີອະວະກາດຈີນແມ່ນ 10 ຫາ 15 ປີ, ສະນັ້ນ,ໂມດູນທົດລອງເວິ້ນທ່ຽນຕ້ອງເຮັດວຽກຢູ່ອະວະກາດຢ່າງໜ້ອຍ 10 ປີ.