ຫ້ອງທົດລອງ “ເວີ້ນທ່ຽນ” ເຊື່ອມຕໍ່ກັບຫ້ອງໃຈກາງ “ທ່ຽນເຮີ” ຢູ່ຕາມວົງໂຄຈອນ

2022-07-25 10:26:38 cri

ຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນ ແຈ້ງໃຫ້ຮູ້ວ່າ: ພາຍຫຼັງຫ້ອງທົດລອງ “ເວີ້ນທ່ຽນ” (ແປວ່າ ຖາມຟ້າ) ເຂົ້າສູ່ວົງໂຄຈອນແລ້ວ, ໄດ້ສຳເລັດການຕັ້ງຄ່າຢ່າງສຳເລັດຜົນ ແລ້ວໄດ້ເຊື່ອມຕໍ່ກັບປະຕູທາງໜ້າຂອງຫ້ອງໃຈກາງ “ທ່ຽນເຮີ” (ແປວ່າ ຄວາມປອງດອງຟ້າ) ຢ່າງສຳເລັດຜົນໃນເວລາ 3 ໂມງ 13 ນາທີຂອງວັນທີ 25 ກໍລະກົດປີ 2022 ຕາມເວລາປັກກິ່ງ (2 ໂມງ 13 ນາທີຕາມເວລາລາວ), ທົ່ວຂະບວນການເຊື່ອມຕໍ່ກັນໄດ້ໃຊ້ເວລາປະມານ 13 ຊົ່ວໂມງ.

ນີ້ແມ່ນຄັ້ງທຳອິດທີ່ຍານອະວະກາດຂັ້ນ 20 ໂຕນ 2 ໜ່ວຍຂອງຈີນເຊື່ອມຕໍ່ກັນຢູ່ຕາມວົງໂຄຈອນ ແລະ ຍັງເປັນຄັ້ງທຳອິດທີ່ບັນລຸການເຊື່ອມຕໍ່ກັນຢູ່ອະວະກາດໃນໄລຍະທີ່ມີນັກບິນອະວະກາດປະຈຳຢູ່ສະຖານີອະວະກາດ.

ຕາມແຜນການປະຕິບັດໜ້າທີ່ຄັ້ງນີ້, ຈຸບິນອະວະກາດ “ເຊີນໂຈ່ວ 14” ຈະເຂົ້າຂ້າງໃນຂອງຫ້ອງທົດລອງ “ເວີ້ນທ່ຽນ” ຕາມຫຼັງ.