ການພັດທະນາລົດໃຊ້ພະລັງງານໃໝ່ຂອງຈີນໄດ້ເປັນການຮັບຜົນປະໂຫຍດໃນດ້ານການພັດທະນາກາກບອນຕ່ຳແລະການພັດທະນາເສດຖະກິດໄປພ້ອມກັນ

2022-07-26 15:48:40 cri


ອີງຕາມຕົວເລກຂໍ້ມູນທີ່ສະມາຄົມອຸດສາຫະກຳລົດຍົນຂອງຈີນປະກາດໃນເມື່ອມໍ່ໆມານີ້ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2022 ນີ້, ຈີນໄດ້ສົ່ງອອກລົດໃຊ້ພະລັງງານໃໝ່ 202.000 ຄັນ ເຊິ່ງໄດ້ເພີ່ມຂຶ້ນ 1,3 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ກວມເອົາຍອດປະລິມານສົ່ງອອກລົດຍົນທັງໝົດ 16,6%.

ຈາກຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ປັດຈຸບັນ, ລົດໄຟຟ້າຂອງຈີນໄດ້ກວມເອົາຍອດປະລິມານການຈຳໜ່າຍລົດໄຟຟ້າຢູ່ເອີຣົບ 10%. ປີ 2021 ຜ່ານມາ, ປະລິມານການສົ່ງອອກລົດໄຟຟ້າຂອງຈີນໃນທົ່ວໂລກມີປະມານ 550.000 ຄັນ, ໃນນັ້ນ ກວມ 40% ແມ່ນສົ່ງໄປຂາຍຢູ່ຕະຫຼາດເອີຣົບ.

ຄວາມສາມາດດ້ານການແຂ່ງຂັນໃນສາກົນຂອງລົດໃຊ້ພະລັງງານໃໝ່ຂອງຈີນໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ດຶງດູດຄວາມສົນໃຈຂອງສື່ມວນຊົນຕ່າງປະເທດ.

ເວັບໄຊ Financial Times ຂອງອັງກິດລາຍງານວ່າ: ປີ 2021 ຜ່ານມາ, ອັດຕາສ່ວນຢູ່ຕະຫຼາດເອີຣົບຂອງລົດໄຟຟ້າຈີນແມ່ນມີໜ້ອຍກວ່າເຢຍລະມັນເທົ່ານັ້ນ.

ເວັບໄຊໜັງສືພິມ ຫຼຽນເຮີຈາວປ້າວ ຂອງສິງກະໂປລາຍງານວ່າ: ປີ 2021 ຜ່ານມາ, ຕະຫຼາດລົດໄຟຟ້າຂອງປະເທດສະມາຊິກອາຊຽນມີມູນຄ່າເກືອບ 500 ລ້ານໂດລາສະຫະລັດ, ເມື່ອຮອດປີ 2027 ຄາດວ່າຈະມີຫຼາຍກວ່າ 2,6 ຕື້ໂດລາສະຫະລັດ, ສ່ວນວິສາຫະກິດຈີນໄດ້ເບິ່ງເຫັນໂອກາດນີ້ໃນຫຼາຍປີກ່ອນ ໂດຍໄດ້ມີການກະກຽມໃນຕະຫຼາດລົດໄຟຟ້າສິງກະໂປຢູ່ແລ້ວ.

ປັດຈຸບັນນີ້, ຍ້ອນໄດ້ຮັບຜົນກະທົບຈາກສະພາບພະຍາດໂຄວິດ-19 ລະບາດ, ການປະທະກັນທາງການເມືອງແລະປັດໃຈອື່ນໆ, ລາຄາພະລັງງານສາກົນໄດ້ເພີ່ມສູງຂຶ້ນ ເຊິ່ງການພັດທະນາລົດໃຊ້ພະລັງງານໃໝ່ໄດ້ມີໂອກາດໃໝ່. ສື່ມວນຊົນຕ່າງປະເທດຈຳນວນໜຶ່ງເຫັນວ່າ: ພາຍໃຕ້ນະໂຍບາຍການບັນລຸເປົ້າໝາຍການ ປ່ອຍກາກບອນດີອົກຊິດໃຫ້ເຖິງລະດັບສູງສຸດ ແລະ ບັນລຸເປົ້າໝາຍການປອດ ການປ່ອຍກາກບອນດີອົກຊິດ, ລັດຖະບານຈີນໄດ້ສຸມກຳລັງສະໜັບສະໜູນການພັດທະນາຂອງວິສາຫະກິດລົດໃຊ້ພະລັງງານໃໝ່ ເຊິ່ງໄດ້ເພີ່ມແຮງຂັບເຄື່ອນໃຫ້ວິສາຫະກິດພັດທະນາໄປສູ່ຕ່າງປະເທດ.

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງອຸດສາຫະກຳແລະຂໍ້ມູນຂ່າວສານຈີນກ່າວວ່າ: ລົດໃຊ້ພະລັງງານໃໝ່ແມ່ນທິດທາງສຳຄັນໃນການພັດທະນາຕາມທິດສີຂຽວແລະການຫັນເປັນການລະບາຍກາກບອນຕ່ຳຂອງຂະແໜງການລົດຍົນຂອງໂລກ, ທັງແມ່ນການຄັດເລືອກທາງຍຸດທະສາດຂອງການພັດທະນາດ້ວຍຄຸນນະພາບສູງຂອງຂະແໜງການລົດຍົນຂອງຈີນ. ເມື່ອເບິ່ງຈາກສະພາບການໃນໄລຍະປັດຈຸບັນແລ້ວເຫັນວ່າ: ການເລັ່ງລັດຊຸກຍູ້ການພັດທະນາລົດໃຊ້ພະລັງງານໃໝ່ ແມ່ນແນວຄວາມຄິດທີ່ມີຜົນປະໂຫຍດໃນດ້ານການພັດທະນາກາກບອນຕ່ຳແລະການພັດທະນາເສດຖະກິດໄປພ້ອມກັນ, ລົດໃຊ້ພະລັງງານໃໝ່ຂອງຈີນມີອະນາຄົດທີ່ດີງາມ.