ຄວາມຮູ້ສຶກປອດໄພຂອງປະຊາຊົນຈີນໄດ້ຢູ່ໃນລະດັບສູງມາໂດຍຕະຫຼອດໃນຮອບ10ປີທີ່ຜ່ານມາ

2022-07-26 14:57:30 cri


   ວັນທີ25ກໍລະກົດນີ້,ຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນສືບຕໍ່ຈັດກອງປະຊຸມຖະແຫຼງຂ່າວທີ່ມີຫົວຂໍ້“10ປີຂອງຈີນ”,ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງປ້ອງກັນຄວາມສະຫງົບໄດ້ແນະນຳຜົນງານຂອງຕົນໃນການປົກປັກຮັກສາປະເທດຈີນຢ່າງປອດໄພໃນລະດັບສູງກວ່າເກົ່າ.ທ່ານຊູ່ນມ້າວລີ້ ກຳມະການຄະນະພັກກະຊວງປ້ອງກັນຄວາມສະຫງົບໄດ້ກ່າວວ່າ: ກະຊວງປ້ອງກັນຄວາມສະຫງົບໄດ້ສະແຫວງຫາການຮັບປະກັນຄວາມປອດໄພຂອງປະຊາຊົນຢ່າງບໍ່ຫວັ່ນໄຫວຄອນແຄນເພື່ອສ້າງສາປະເທດຈີນທີ່ປອດໄພ,ໄດ້ຍົກສູງລະດັບການປົກຄອງສັງຄົມໃຫ້ທຸກພາກສ່ວນເຂົ້າມາມີສ່ວນຮ່ວມ,ຫັນເປັນອັດສະລີຍະ,ຫັນເປັນກົດໝາຍແລະຫັນເປັນວິຊາການຢ່າງບໍ່ຢຸດຢັ້ງ. ຈີນໄດ້ກາຍເປັນປະເທດທີ່ມີອັດຕາການເກີດຄະດີລອບສັງຫານໜ້ອຍທີ່ສຸດຢູ່ໃນໂລກມາເປັນເວລາຍາວນານ. ອີງຕາມຜົນການສຳຫຼວດຄວາມຮູ້ສຶກປອດໄພຂອງປະຊາຊົນຈີນສະແດງໃຫ້ເຫັນວ່າ: ຄວາມຮູ້ສຶກປອດໄພຂອງປະຊາຊົນຈີນໄດ້ເພີ່ມຂຶ້ນຈາກ 87,55%ໃນປີ2012 ເປັນ 98,62% ໃນປີ2021, ໃນຮອບ10ປີທີ່ຜ່ານມານີ້ ຄວາມຮູ້ສຶກປອດໄພຂອງປະຊາຊົນໄດ້ຢູ່ໃນລະດັບສູງມາໂດຍຕະຫຼອດ, ປະຊາຄົມໂລກຕ່າງກໍເຫັນໂດຍທົ່ວໄປວ່າ: ຈີນເປັນປະເທດໜຶ່ງໃນບັນດາປະເທດທີ່ປອດໄພທີ່ສຸດຢູ່ໃນໂລກ.