ການສະໜອງພະລັງງານຂອງຈີນຢູ່ໃນສະພາບຄວາມໝັ້ນຄົງໜັກແໜ້ນໂດຍລວມ

2022-07-28 11:22:10 cri

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍຫ້ອງການຖະແຫຼງຂ່າວລັດຖະບານຈີນໃນວັນທີ 27 ກໍລະກົດນີ້, ທ່ານ ຈ່າງຈ້ຽນວາ ຫົວໜ້າອົງການພະລັງງານແຫ່ງຊາດຈີນກ່າວວ່າ: ໂດຍຜະເຊີນໜ້າກັບສະພາບການສາກົນທີ່ສະຫຼັບສັບຊ້ອນ ແລະ ມີການປ່ຽນແປງເລື້ອຍໆ ພ້ອມດ້ວຍໜ້າທີ່ການປະຕິຮູບ-ການພັດທະນາ-ການຮັກສາຄວາມສະຫງົບທີ່ໜັກໜ່ວງຢູ່ພາຍໃນປະເທດ, ຈີນໄດ້ອອກແຮງສຸດຂີດເພື່ອຮັກສາຄວາມໝັ້ນຄົງດ້ານພະລັງງານພາຍໃຕ້ສະພາບການເປີດປະຕູສູ່ພາຍນອກ, ໂດຍໄດ້ບັນລຸການສະໜອງພະລັງງານຢູ່ພາຍໃນປະເທດຢ່າງໝັ້ນຄົງໜັກແໜ້ນໂດຍລວມ ເຊິ່ງໄດ້ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມໃນຄຸນນະພາບສູງ ແລະ ໄດ້ຕອບສະໜອງຄວາມຕ້ອງການດ້ານຊີວິດການເປັນຢູ່ຂອງປະຊາຊົນຢ່າງແຂງແຮງ.

    ທ່ານ ຫຼີຊ້ວງວີ່ນ ຫົວໜ້າກົມພະລັງງານໃໝ່ ແລະ ພະລັງງານໝູນວຽນອົງການພະລັງງານແຫ່ງຊາດຈີນກ່າວວ່າ: ວິກິດການອູແກຣນ ໄດ້ສົ່ງຜົນກະທົບຕໍ່ຕະຫຼາດພະລັງງານທົ່ວໂລກຢ່າງມະຫາສານ, ທັງຫຼີກບໍ່ພົ້ນທີ່ຈະສ້າງຜົນກະທົບຈຳນວນໜຶ່ງຕໍ່ການຫັນປ່ຽນຮູບການພະລັງງານຂອງໂລກ, ແຕ່ທ່ວງທ່າໃຫຍ່ທີ່ພະລັງງານທົ່ວໂລກຈະຫັນປ່ຽນໄປສູ່ແບບສີຂຽວ ແລະ ແບບກາກບອນຕ່ຳນັ້ນ ຈະບໍ່ປ່ຽນແປງ. ພະລັງງານໃໝ່ໄດ້ກາຍເປັນຂົງເຂດສຳຄັນທີ່ບັນດາປະເທດກຳລັງແຂ່ງຂັນກັນ ແລະ ພາກັນໃຊ້ງົບປະມານ, ເຊິ່ງແມ່ນທິດທາງຕົ້ນຕໍຂອງການປະຕິວັດເຕັກນິກພະລັງງານ ແລະການປະຕິວັດອຸດສາຫະກຳຮອບໃໝ່. ໃນຊຸມປີມໍ່ໆມານີ້, ການພັດທະນາອຸດສາຫະກຳພະລັງງານໃໝ່ຂອງຈີນໄດ້ຮັບຜົນງານທີ່ປະຈັກຕາຊາວໂລກ. ໄລຍະປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ແມ່ນໄລຍະທີ່ແກ້ໄຂບັນຫາຫຍຸ້ງຍາກເພື່ອບັນລຸການລະບາຍກາກບອນໃຫ້ເຖິງລະດັບສູງສຸດຂອງຈີນ. ທ່ານ ຈ່າງຈ່ຽນວາ ກ່າວຕື່ມວ່າ: ພາຍໃຕ້ສະພາບການທີ່ການສະໜອງພະລັງງານໃນທົ່ວໂລກມີການຂາດແຄນນັ້ນ, ປະເທດຈີນມີຄວາມສາມາດ ທັງມີຄວາມໝັ້ນໃຈທີ່ຈະບັນລຸເປົ້າໝາຍການລະບາຍກາກບອນໃຫ້ເຖິງລະດັບສູງສຸດກ່ອນປີ 2030.