ງານວາງສະແດງເຄື່ອງບໍລິໂພກສາກົນຈີນຄັ້ງທີ2ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ

2022-07-31 14:29:02 cri


  ງານວາງສະແດງເຄື່ອງບໍລິໂພກສາກົນຈີນຄັ້ງທີ2ທີ່ຕຈັດຂຶ້ນຢູ່ນະຄອນໄຫໂຂ້ວແຂວງໄຫຫຼຳສປຈີນ ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ30ກໍລະກົດນີ້.ວິສາຫະກິດຈີນແລະຕ່າງປະເທດຫຼາຍໆແຫ່ງທີ່ເຂົ້າຮ່ວມງານວາງສະແດງໄດ້ສະແດງຄວາມເພິ່ງພໍໃຈຕໍ່ຜົນງານໃນການເຂົ້າຮ່ວມງານວາງສະແດງເຄື່ອງບໍລິໂພກຄັ້ງນີ້ ແລະຄອງຄອຍຈະເຂົ້າຮ່ວມງານອີກຄັ້ງໜຶ່ງຢູ່ໄຫຫຼຳໃນປີໜ້າ.

   ຂໍ້ມູນສະແດງໃຫ້ເຫັນວ່າ: ງານວາງສະແດງເຄື່ອງບໍລິໂພກສາກົນຈີນຄັ້ງທີ2ນີ້ ມີຜູ້ເຂົ້າຊົມໃນງານວາງສະແດງຫຼາຍກວ່າ280.000ເທື່ອຄົນ,ນັກທຸລະກິດຈັດຊື້ແລະຜູ້ຊົມວິຊາການປະເພດຕ່າງໆຫຼາຍ ກວ່າ 40.000 ຄົນ, ມີວິສາຫະກິດ1.955ແຫ່ງທີ່ມາຈາກ61ປະເທດແລະເຂດແຄວ້ນໄດ້ນຳເອົາຜະລິດຕະພັນດີເດັ່ນທີ່ມີຫຍີ່ຫໍ້ຊື່ດັງລວມທັງໝົດ 2.800 ກວ່າຫຍີ່ຫໍ້ມາວາງສະແດງໃນງານຄັ້ງນີ້. ຄະນະກຳມະການຈັດຕັ້ງງານວາງສະແດງໃຫ້ຮູ້ວ່າ: ວິສາຫະກິດພາຍໃນປະເທດຈີນແລະຕ່າງປະເທດຫຼາຍໆແຫ່ງໄດ້ສະແດງຄວາມເພິ່ງພໍໃຈຕໍ່ຜົນງານການວາງສະແດງໃນງານວາງສະແດງເຄື່ອງບໍລິໂພກຄັ້ງນີ້ ແລະ ຫວັງວ່າຈະສືບຕໍ່ເຂົ້າຮ່ວມງານວາງສະແດງເຄື່ອງບໍລິໂພກຄັ້ງທີ3ໃນປີໜ້າ,ທັງຢາກຮ້ອງຂໍຮ້ານວາງສະແດງທີ່ໃຫຍ່ກວ່າເກົ່າ,ນຳເອົາຜະລິດຕະພັນຫຼາຍກວ່າເກົ່າມາວາງສະແດງໃນງານ,ເພືື່ອສະແດງໃຫ້ເຫັນເຖິງຜະລິດຕະພັນແລະພາບພົດຂອງວິສາຫະກິດໃຫ້ດີກວ່າເກົ່າໂດຍຜ່ານງານວາງສະແດງເຄື່ອງບໍລິໂພກນີ້.