ທ່ານຫວາງຢີ້ກ່າວວ່າ: ອາເມຣິກາຝ່າຝືນຄຳໝັ້ນສັນຍາກ່ຽວກັບບັນຫາໄຕ້ຫວັນມີແຕ່ຈະເຮັດໃຫ້ຄວາມໜ້າເຊື່ອຖືແຫ່ງຊາດຂອງອາເມຣິກາລົ້ມເຫຼວຕື່ມອີກ

2022-08-02 20:48:25 cri


ວັນທີ 2 ສິງຫາ 2022, ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວພາຍຫຼັງເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຂອງອົງການຮ່ວມມືຊຽງໄຮແລະຢ້ຽມຢາມປະເທດໃນອາຊີກາງ, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຊີ້ແຈງຫຼັກໝັ້ນອັນເຄັ່ງຂຶມຂອງຈີນກ່ຽວກັບບັນຫາໄຕ້ຫວັນ.

ທ່ານຫວາງຢີ້ ກ່າວວ່າ, ຫຼັກການປະເທດຈີນດຽວເປັນຄວາມຮັບຮູ້ທົ່ວໄປຂອງປະຊາຄົມໂລກ, ເປັນພື້ນຖານການເມືອງທີ່ຈີນພົວພັນກັບປະເທດຕ່າງໆໃນໂລກ,  ແມ່ນແກນກາງຂອງຜົນປະໂຫຍດທີ່ເປັນໃຈກາງຂອງປະເທດຈີນ, ເປັນເສັ້ນແດງແລະເສັ້ນຕ້ອງຫ້າມທີ່ບໍ່ສາມາດລ່ວງຂ້າມໄດ້.

ທ່ານຫວາງຢີ້ກ່າວຕື່ມວ່າ, ຜ່ານການພົບປະເຈລະຈາກັນໃນໄລຍະການຢ້ຽມຢາມເທື່ອນີ້, ຜູ້ນຳຂອງປະເທດຕ່າງໆລ້ວນແຕ່ຢືນຢັນຢ່າງຈະແຈ້ງວ່າຈະປະຕິບັດນະໂຍບາຍປະເທດຈີນດຽວຢ່າງເດັດດ່ຽວ, ສິ່ງນີ້ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງອີກຄັ້ງໜຶ່ງວ່າ, ຫຼັກການປະເທດຈີນດຽວແມ່ນໄດ້ຮັບການສະໜັບສະໜູນຈາກປະຊາຄົມໂລກແລະເປັນທ່າອ່ຽງລວມທີ່ຕ້ອງເປັນໄປ.

ທ່ານຫວາງຢີ້ ໄດ້ເນັ້ນໜັກອີກວ່າ, ອາເມຣິກາຝ່າຝືນຄຳໝັ້ນສັນຍາກ່ຽວກັບບັນຫາໄຕ້ຫວັນມີແຕ່ຈະເຮັດໃຫ້ຄວາມໜ້າເຊື່ອຖືແຫ່ງຊາດຂອງອາເມຣິກາລົ້ມເຫຼວຕື່ມອີກ

.