ຖະແຫຼງການຂອງກະຊວງການຕ່າງປະເທດຈີນ

2022-08-03 00:01:55 cri

ວັນທີ 2 ສິງຫານີ້, ທ່ານນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາບໍ່ເອົາຫົວຊາຕໍ່ການຄັດຄ້ານຢ່າງຮຸນແຮງ ແລະ ການຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຂອງຝ່າຍຈີນ, ຕັ້ງໃຈລັກໄປຢ້ຽມຢາມເຂດໄຕ້ຫວັນຂອງຈີນ ເຊິ່ງໄດ້ລະເມີດຫຼັກການປະເທດຈີນດຽວ ແລະ ຂໍ້ກຳນົດທີ່ກ່ຽວຂ້ອງໃນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນແລະອາເມຣິກາ, ໄດ້ກະທົບກະເທືອນພື້ນຖານການເມືອງຂອງການພົວພັນຈີນ-ອາເມຣິກາຢ່າງໜັກໜ່ວງ, ໄດ້ລ່ວງລ້ຳອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຈີນຢ່າງໜັກໜ່ວງ, ໄດ້ທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງເຂດສອງຝັ່ງຊ່ອງແຄບໄຕ້ຫວັນຢ່າງໜັກໜ່ວງ ແລະ ໄດ້ສົ່ງສັນຍານຜິດພາດອັນໜັກໜ່ວງຕໍ່ອິດທິກຳລັງແບ່ງແຍກ “ໄຕ້ຫວັນເປັນເອກະລາດ”. ຈີນເດັດດ່ຽວຄັດຄ້ານຕໍ່ເລື່ອງນີ້ ແລະ ກ່າວປະນາມຢ່າງຮຸນແຮງ ພ້ອມທັງໄດ້ສະແດງຄວາມຕໍ່ວ່າທັກວ້ວງຢ່າງເຄັ່ງຂຶມ ແລະ ຄັດຄ້ານຢ່າງຮຸນແຮງຕໍ່ອາເມຣິກາ.

ໂລກນີ້ມີແຕ່ປະເທດຈີນດຽວ, ໄຕ້ຫວັນເປັນພາກສ່ວນໜຶ່ງທີ່ຕັດແຍກອອກບໍ່ໄດ້ຂອງແຜ່ນດິນຈີນ, ສາທາລະນະລັດປະຊາຊົນຈີນເປັນລັດຖະບານທີ່ຖືກຕ້ອງຕາມກົດໝາຍພຽງໜຶ່ງດຽວ ທີ່ຕາງໜ້າທົ່ວປະເທດຈີນ. ມະຕິເລກທີ 2758 ຂອງອົງການສະຫະປະຊາຊາດໃນປີ 1971 ໄດ້ຢືນຢັນຕໍ່ເລື່ອງນີ້ຢ່າງຈະແຈ້ງ. ຫຼັກການປະເທດຈີນດຽວແມ່ນຄວາມຮັບຮູ້ໂດຍທົ່ວໄປຂອງປະຊາຄົມໂລກ ແລະ ຫຼັກການພື້ນຖານໃນການພົວພັນສາກົນ.

ປີ 1979, ອາເມຣິກາໄດ້ໃຫ້ຄຳໝັ້ນສັຍາຢ່າງຈະແຈ້ງໃນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນແລະອາເມຣິກາວ່າ: “ສະຫະລັດອາເມຣິກາໄດ້ຮັບຮອງວ່າ ສາທາລະນະລັດປະຊາຊົນຈີນແມ່ນລັດຖະບານທີ່ຖືກຕ້ອງຕາມກົດໝາຍພຽງໜຶ່ງດຽວຂອງຈີນ, ໃນຖານະເປັນພາກສ່ວນໜຶ່ງຂອງລັດຖະບານອາເມຣິກາ, ລັດຖະສະພາອາເມຣິກາຄວນປະຕິບັດຕາມນະໂຍບາຍປະເທດຈີນດຽວຂອງລັດຖະບານອາເມຣິກາຢ່າງເຄັ່ງຄັດ, ບໍ່ດຳເນີນການໄປມາຫາສູ່ກັນທາງການໃດໆກັບເຂດໄຕ້ຫວັນຈີນ. ທ່ານນາງແນນຊີ ເປໂລຊີ ແມ່ນປະທານສະພາຕ່ຳອາເມຣິກາຊຸດປັດຈຸບັນ, ບໍ່ວ່າທ່ານຢ້ຽມກຢາມເຂດໄຕ້ຫວັນດ້ວຍຮູບແບບໃດ ແລະ ເຫດຜົນໃດ, ລ້ວນແຕ່ເປັນການທ້າທາຍທາງການເມືອງທີ່ຮ້າຍແຮງ ຕໍ່ການໄປມາຫສູ່ທາງການທູດລະຫວ່າງອາເມຣິກາແລະໄຕ້ຫວັນ, ຈີນຈະຮັບເອົາບໍ່ໄດ້ຢ່າງເດັດຂາດ, ປະຊາຊົນຈີນກໍບໍ່ຍອມຮັບຕໍ່ເລື່ອງນີ້ຢ່າງເດັດຂາດ.

ບັນຫາໄຕ້ຫວັນເປັນບັນຫາທີ່ສໍາຄັນທີ່ສຸດ, ແກນກາງທີ່ສຸດ ແລະອ່ອນໄຫວທີ່ສຸດໃນສາຍພົວພັນຈີນ-ອາເມຣິກາ. ແຕ່ອາເມຣິກາເຈດຕະນາຢາກ “ຂົ່ມຂູ່ປະເທດຈີນດ້ວຍບັນຫາໄຕ້ຫວັນ”, ເພື່ອຢາກໃຫ້ການສະໜັບສະໜູນແກ່ການເຄື່ອນໄຫວແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ ໂດຍຜ່ານຈາກການ ເພີ່ມທະວີການໄປມາຫາສູ່ກັນຝ່າຍທາງການລະຫວ່າງອາເມຣິກາກັບໄຕ້ຫວັນ,. ນີ້ເປັນການກະທໍາອັນຕະລາຍປານກັບການຫຼິ້ນໄຟ, ສ່ວນຜູ້ທີ່ຫຼິ້ນໄຟນັ້ນຍ່ອມຖືກໄຟໄໝ້ໃນທີ່ສຸດ.

ຫຼັກໝັ້ນຂອງລັດຖະບານ ແລະປະຊາຊົນຈີນກ່ຽວກັບບັນຫາໄຕ້ຫວັນແມ່ນສະເໝີຕົ້ນສະເໝີປາຍໂດຍບໍ່ມີການປ່ຽນແປງຕະຫຼອດມາ ແລະຈະບໍ່ມີການປ່ຽນແປງຕະຫຼອດໄປ. ບໍ່ວ່າປະເທດໃດ, ອິດທິກຳລັງໃດ ຫຼືບຸກຄົນໃດ ລ້ວນແຕ່ບໍ່ຄວນມີການປະເມີນຢ່າງຜິດພາດຕໍ່ຄວາມຕັດສິນໃຈທີ່ເດັດດ່ຽວ, ມານະຈິດທີ່ແໜ້ນໜຽວ ແລະຄວາມສາມາດທີ່ເຂັ້ມແຂງຂອງລັດຖະບານ ແລະປະຊາຊົນຈີນ ໃນການປົກປັກຮັກສາອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດ ກໍຄືການບັນລຸຄວາມເປັນເອກະພາບຂອງປະເທດ ແລະຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດ. ຕໍ່ກັບເລື່ອງທີ່ທ່ານນາງແນນຊີ ເປໂລຊີ ປະທານສະພາຕໍ່າອາເມຣິກາໄປຢ້ຽມຢາມໄຕ້ຫວັນ, ຈີນຈະປະຕິບັດທຸກມາດຕະການທີ່ຈຳເປັນ ເພື່ອປົກປັກຮັກສາອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດ. ຜົນຮ້ານຢ້ອນຫຼັງທຸກປະການທີ່ເກີດຈາກເລື່ອງດັ່ງກ່າວ ຕ້ອງແມ່ນອາເມຣິກາ ແລະອິດທິກຳລັງແບ່ງແຍກໄຕ້ຫວັນເປັນເອກະລາດນັ້ນເປັນຜູ້ຮັບຜິດຊອບເອງ.

ມື້ດຽວກັນ, ຄະນະກໍາມະການປະຈໍາສະພາປະຊາຊົນແຫ່ງຊາດຈີນ, ຫ້ອງການວຽກງານໄຕ້ຫວັນສູນກາງພັກກອມມູນິດຈີນ ແລະຄະນະກໍາມະການວຽກງານຕ່າງປະເທດຂອງສະພາປຶກສາການເມືອງແຫ່ງຊາດຈີນ ຕ່າງກໍໄດ້ອອກຖະແຫຼງການກ່ຽວກັບທ່ານນາງແນນຊີ ເປໂລຊີ ໄປຢ້ຽມຢາມໄຕ້ຫວັນ.