ທ່ານນາງ ແນນຊີ ເປໂລຊີສະແຫວງຫາຜົນປະໂຫຍດສ່ວນຕົວ ແຕ່ໃນທີ່ສຸດໄດ້ທໍາລາຍເສດຖະກິດ ແລະຄວາມໜ້າເຊື່ອຖືຂອງອາເມຣິກາ

2022-08-03 18:18:34 cri

ວັນທີ 2 ສິງຫານີ້, ທ່ານນາງແນນຊີ ເປໂລຊີ ປະທານສະພາຕໍ່າອາເມຣິກາ ໄດ້ລັກໄປຢ້ຽມຢາມໄຕ້ຫວັນຂອງຈີນ ເຊິ່ງໄດ້ເຮັດໃຫ້ຕະຫຼາດຫຸ້ນຂອງອາເມຣິກາຕົກຕໍ່າລົງໃນເວລາເປີດຈໍາໜ່າຍໃນມື້ດັ່ງກ່າວ. ເມື່ອຮອດເວລາປິດການຈໍາໜ່າຍ, 3 ດັດຊະນີໃຫຍ່ ຂອງຕະຫຼາດຫຸ້ນອາເມຣິກາ ຕ່າງກໍໄດ້ຕົກຕໍ່າລົງ. ນີ້ກໍໝາຍຄວາມວ່າ: ອາເມຣິກາກໍາລັງຖືກທ່ານນາງ ແນນຊີ ເປໂລຊີ ທໍາລາຍຢ່າງຮ້າຍແຮງ.