ກອງປະຊຸມປັນຍາປະດິດໂລກ 2022 ຈະຈັດຂຶ້ນຢູ່ນະຄອນຊຽງໄຮໃນເດືອນກັນຍາໜ້ານີ້

2022-08-03 10:58:53 cri

ວັນທີ 2 ສິງຫານີ້, ງານນັບຖອຍຫຼັງ 30 ວັນຈັດກອງປະຊຸມປັນຍາປະດິດໂລກ 2022 ແລະງານນຳສະເໜີຄູ່ຮ່ວມມືຂອງກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນຢູ່ນະຄອນຊຽງໄຮ ປະເທດຈີນ.

ກອງປະຊຸມປັນຍາປະດິດໂລກ 2022 ແມ່ນຈັດຂຶ້ນໂດຍຄະນະກຳມະການການພັດທະນາ ແລະການປະຕິຮູບແຫ່ງຊາດຈີນ, ກະຊວງອຸດສາຫະກຳ ແລະເຕັກໂນໂລຊີຂໍ້ມູນຂ່າວສານຈີນ, ອົງການປົກຄອງນະຄອນຊຽງໄຮ ແລະພາກສ່ວນອື່ນໆທີ່ກ່ຽວຂ້ອງ. ກອງປະຊຸມປັນຍາປະດິດໂລກຄັ້ງນີ້ ຈະສະແດງໃຫ້ເຫັນເຖິງແນວຄວາມຄິດໃໝ່, ການພັດທະນາໃໝ່ ແລະຜົນສຳເລັດໃໝ່ໃນດ້ານເສດຖະກິດດີຈີຕອນ ໂດຍຈະຈັດເວທີປຶກສາຫາລືເກືອບ 100 ຄັ້ງ ກ່ຽວກັບ 30 ກວ່າຫົວຂໍ້ວິຊາການ ທີ່ກວມເອົາ 4 ຂົງເຂດໃຫຍ່ ຄື: ການປະດິດສ້າງໃໝ່ດ້ານເຕັກໂນໂລຊີ, ການນຳໃຊ້ຕົວຈິງຂອງອຸດສາຫະກຳ, ການຄຸ້ມຄອງດ້ວຍກົດໝາຍ ແລະການກໍ່ສ້າງດ້ານນິເວດ. ວິສາຫະກິດຫຼາຍກວ່າ 150 ແຫ່ງຈະເຂົ້າຮ່ວມການວາງສະແດງຂອງງານດັ່ງກ່າວ. ກອງປະຊຸມປັນຍາປະດິດໂລກ 2022 ຈະຈັດຂຶ້ນຢູ່ນະຄອນຊຽງໄຮ ປະເທດຈີນ ລະຫວ່າງວັນທີ 1 ຫາ 3 ກັນຍາໜ້ານີ້.