ຈີນໄດ້ດຳເນີນການຊ້ອມຮົບຮ່ວມຢູ່ຕາມເຂດທະເລ ແລະ ນ່ານຟ້າອ້ອມເກາະໄຕ້ຫວັນ

2022-08-04 10:30:23 CRI

ວັນທີ 3 ສິງຫານີ້, ເຂດສູ້ຮົບພາກຕາເວັນອອກຂອງກອງທັບປົດປ່ອຍປະຊາຊົນຈີນໄດ້ດຳເນີນການຊ້ອມຮົບຮ່ວມຢູ່ຕາມເຂດທະເລ ແລະ ນ່ານຟ້າອ້ອມເກາະໄຕ້ຫວັນ ເພື່ອກວດກາຄວາມສາມາດດ້ານການສູ້ຮົບຮ່ວມຂອງກອງທັບ.

ກອງທັບອາກາດຂອງເຂດສູ້ຮົບພາກຕາເວັນອອກໄດ້ສົ່ງເຮືອບິນເຕືອນໄພ, ເຮືອບິນໂຈມຕີ ແລະ ເຮືອບິນຖິ້ມລະເບີດ ບິນຂຶ້ນສູ່ເຂດນ່ານຟ້າທາງພາກເໜືອ, ພາກຕາເວັນຕົກສຽງໃຕ້ ແລະ ພາກຕາເວັນອອກສຽງໃຕ້ຂອງເກາະໄຕ້ຫວັນ ເພື່ອປະຕິບັດໜ້າທີ່ບັນຊາການເຕືອນໄພ, ການສົ່ງກຳລັງທະຫານ ແລະ ອື່ນໆ. ກອງທັບເຮືອຂອງເຂດສູ້ຮົບພາກຕາເວັນອອກຂອງຈີນຍັງໄດ້ດຳເນີນການຝຶກຊ້ອມທີ່ມີລັກສະນະແນ່ໃສ່ຢູ່ເຂດທະເລອ້ອມເກາະໄຕ້ຫວັນໃນເວລາດຽວກັນ, ເຊັ່ນ: ການປິດລ້ອມແລະຄວບຄຸມຮ່ວມ, ການໂຈມຕີຕໍ່ທາງບົກ, ທາງທະເລ ແລະ ອື່ນໆ.

ຕາມຂ່າວແຈ້ງວ່າ, ເຂດສູ້ຮົບພາກຕາເວັນອອກຂອງຈີນໄດ້ຈັດວາງການນາບຂູ່ຢູ່ໃກ້ເຂດທະເລ ແລະ ນ່ານຟ້າຂອງເກາະໄຕ້ຫວັນຈາກຫຼາຍທິດທາງ, ດຳເນີນການສອດແນມ ແລະ ເຕືອນໄພຢູ່ເຂດອ້ອມເກາະໄຕ້ຫວັນຕະຫຼອດເວລາ ເພື່ອກວດກາຄວາມສາມາດສູ້ຮົບຮ່ວມຂອງກອງທັບ.