ຕາມແຜນການທີ່ກໍານົດໄວ້, ວັນທີ 5 ສິງຫານີ້, ເຂດສູ້ຮົບພາກຕາເວັນອອກຂອງກອງທັບປົດປ່ອຍປະຊາຊົນຈີນໄດ້ສືບຕໍ່ດໍາເນີນການຊ້ອມຮົບຮ່ວມແບບສູ້ຮົບຕົວຈິງຢູ່ເຂດທະເລ ແລະເຂດນ່ານຟ້າທີ່ຢູ່ທິດເໜືອ, ທິດຕາເວັນຕົກສຽງໃຕ້ ແລະທິດຕາເວັນອອກຂອງເກາະໄຕ້ຫວັນ ເພື່ອສືບຕໍ່ກວດສອບຄວາມສາມາດໃນການສູ້ຮົບຮ່ວມຂອງກອງກຳລັງເຂດສູ້ຮົບດັ່ງກ່າວ.