ບັນດາພັກຝ່າຍປະຊາທິປະໄຕຂອງຈີນອອກຖະແຫຼງການຮ່ວມ

2022-08-05 14:53:03 cri

ວັນທີ 2 ສິງຫານີ້, ທ່ານນາງແນນຊີ ເປໂລຊີ ປະທານສະພາຕ່ຳອາ ເມຣິກບໍ່ເອົາຫົວຊານຳການປະທ້ວງຢ່າງເຄັ່ງຂຶມແລະການຄັດຄ້ານຢ່າງເດັດດ່ຽວ ຂອງຝ່າຍຈີນ ໂດຍໄດ້ເດີນທາງຢ້ຽມຢາມເຂດໄຕ້ຫວັນຂອງຈີນຕາມລຳພັງ ເຊິ່ງໄດ້ຝ່າຝືນຫຼັກການປະເທດຈີນດຽວແລະຂໍ້ກຳນົດຂອງຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນ-ອາເມຣິກາຢ່າງຫນັກຫນ່ວງ, ໄດ້ກະທົບພື້ນຖານການ ເມືອງຂອງການພົວພັນຈີນ-ອາເມຣິກາຢ່າງຫນັກຫນ່ວງ ເປັນການລ່ວງລ້ຳອະທິ ປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຈີນຢ່າງຫນັກຫນ່ວງ. ຕໍ່ກັບເລື່ອງນີ້, ບັນດາພັກຝ່າຍປະຊາທິປະໄຕຂອງຈີນໄດ້ອອກຖະແຫຼງການຮ່ວມເພື່ອສະແດງ ການຄັດຄ້ານຢ່າງເດັດດ່ຽວ, ຄວາມຄຽດແຄ້ນຢ່າງຮຸນແຮງແລະການປະນາມຢ່າງຫນັກຫນ່ວງ.

ຖະແຫຼງການຮ່ວມໄດ້ລະບຸວ່າ: ຢູ່ໃນໂລກນີ້ມີພຽງແຕ່ປະເທດຈີນດຽວເທົ່ານັ້ນ, ໄຕ້ຫວັນ ເປັນພຽງພາກສ່ວນຫນຶ່ງທີ່ບໍ່ສາມາດຕັດແຍກອອກຈາກຜືນແຜ່ນດິນຂອງຈີນໄດ້, ລັດຖະບານ ສາທາລະນະລັດ ປະຊາຊົນຈີນເປັນລັດຖະບານ ທີ່ຖືກຕ້ອງຕາມ ກົດຫມາຍແລະສາມາດຕາງຫນ້າໃຫ້ທົ່ວປະເທດຈີນໄດ້ພຽງລັດຖະບານດຽວ. ບັນຫາໄຕ້ຫວັນເປັນວຽກງານພາຍໃນຂອງຈີນ, ບໍ່ອະນຸຍາດໃຫ້ອິດທິກຳລັງ ພາຍນອກໃດໆແຊກແຊງ. ບັນດາພັກຝ່າຍປະຊາທິປະໄຕຂອງຈີນໃນຖານະເປັນ ພັກຮ່ວມການເມືອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ແມ່ນມີມູນເຊື້ອທີ່ມີ ກຽດສະຫງ່າແຫ່ງການຮັກຫອມປະເທດຊາດແລະຮັກຫອມສັນຕິພາບ, ໄດ້ສຸມ ຄວາມພະຍາຍາມເຂົ້າໃນການຊຸກຍູ້ການພັດທະນາການພົວພັນສອງຝັ່ງຊ່ອງແຄບໄຕ້ຫວັນໂດຍສັນຕິມາໂດຍຕະຫຼອດ. ພວກເຮົາເດັດດ່ຽວສະຫນັບສະຫນູນລັດຖະ ບານຈີນນຳໃຊ້ທຸກມາດຕະການທີ່ຈຳເປັນເພື່ອປົກປ້ອງອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຊາດ. ເຈດຕະນາທຸກຮູບແບບທີ່ຝ່າຝືນກະແສປະຫວັດ ສາດແລະກີດຂວາງການທ້ອນໂຮມປະເທດຊາດຈີນເຂົ້າເປັນເອກະພາບຢ່າງສົມບູນແລະການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນນັ້ນຕ້ອງປະສົບຄວາມລົ້ມເຫຼວແນ່ນອນ.