ກະຊວງການຕ່າງປະເທດຈີນປະກາດມາດຕະການຕອບໂຕ້ກໍລະນີທີ່ທ່ານນາງແນນຊີ ເປໂລຊີເດີນທາງຢ້ຽມຢາມໄຕ້ໄຫວ

2022-08-05 19:11:57 cri


   ແນໃສ່ກໍລະນີທີ່ທ່ານນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາທີ່ບໍ່ເອົາຫົວຊານຳການຄັດຄ້ານຢ່າງຮຸນແຮງແລະການປະທ້ວງຢ່າງເຄັ່ງຂຶມຂອງຝ່າຍຈີນ ໂດຍໄດ້ເດີນທາງຢ້ຽມຢາມເຂດໄຕ້ຫວັນຂອງຈີນຕາມລຳພັງ, ວັນທີ 5 ສິງຫານີ້, ກະຊວງການຕ່າງປະເທດຈີນໄດ້ປະກາດໃຊ້ມາດຕະການຕອບໂຕ້ເຊິ່ງລາຍລະອຽດມີດັ່ງລຸ່ມນີ້: 


ໜຶ່ງ, ຍົກເລີກການຈັດວາງການສົນທະນາທາງໂທລະສັບລະຫວ່າງຜູ້ນຳເຂດສູ້ຮົບຂອງສອງກອງທັບຈີນ-ອາເມຣິກາ.

ສອງ, ຍົກເລີກການພົບປະເຮັດວຽກລະຫວ່າງກະຊວງປ້ອງກັນປະເທດຈີນ-ອາເມຣິກາ.

ສາມ,ຍົກເລີກກອງປະຊຸມກົນໄກປຶກສາຫາລືຄວາມໝັ້ນຄົງດ້ານການທະຫານທາງທະເລຈີນ-ອາເມຣິກາ.

ສີ່: ໂຈະການຮ່ວມມືນຳສົ່ງຊາວຍົກຍ້າຍຖິ່ນຖານທີ່ຜິດກົດໝາຍລະຫວ່າງຈີນ-ອາເມຣິກາເປັນການຊົ່ວຄາວ.

ຫ້າ, ໂຈະການຮ່ວມມືກ່ຽວກັບການຊ່ວຍເຫຼືອຕຸລາການທາງອາຍາລະຫວ່າງຈີນ-ອາເມຣິກາເປັນການຊົ່ວຄາວ

ຫົກ, ໂຈະການຮ່ວມມືເພື່ອຕໍ່ຕ້ານອາຊະຍາກຳຂ້າມຊາດລະຫວ່າງຈີນ-ອາເມຣິກາເປັນການຊົ່ວຄາວ.

ເຈັດ, ໂຈະການຮ່ວມມືປາບປາມຢາເສບຕິດລະຫວ່າງຈີນ-ອາເມຣິກາເປັນການຊົ່ວຄາວ.

ແປດ: ໂຈະການປຶກສາຫາລືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດລະຫວ່າງຈີນ-ອາເມຣິກາເປັນການຊົ່ວຄາວ.