ຈີນປະກາດລົງໂທດນາງເປໂລຊີ

2022-08-06 13:15:15 cri


     ໂດຍບໍ່ເອົາຫົວຊານຳການຄັດຄ້ານຢ່າງຮຸນແຮງແລະການປະທ້ວງຢ່າງເຄັ່ງຂຶມຂອງຝ່າຍຈີນ, ນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາ ໄດ້ດື້ດຶງເດີນທາງຢ້ຽມຢາມເຂດໄຕ້ຫວັນຂອງຈີນ ໄດ້ແຊກແຊງວຽກງານພາຍໃນຂອງຈີນຢ່າງໜັກໜ່ວງ, ໄດ້ທຳລາຍອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຈີນຢ່າງໜັກໜ່ວງ, ໄດ້ຢຽບຢ່ຳຫຼັກການປະເທດຈີນດຽວຢ່າງໜັກໜ່ວງ, ແລະໄດ້ສ້າງໄພຂົ່ມຂູ່ຕໍ່ສັນຕິພາບແລະສະຖຽນລະພາບຂອງເຂດຊ່ອງແຄບໄຕ້ຫວັນຢ່າງໜັກໜ່ວງ. ໂດຍແນ່ໃສ່ການກະທຳທ້າທາຍເກາະຜິດຢ່າງບັງອາດຂອງນາງເປໂລຊີ, ແລະອີງຕາມກົດໝາຍທີ່ກ່ຽວຂ້ອງຂອງສາທາລະນະລັດປະຊາຊົນຈີນ, ປະເທດຈີນຕົກລົງລົງໂທດນາງເປໂລຊີ ພ້ອມຍາດສາຍເລືອດດຽວກັນຂອງນາງ.