ທ່ານຫວາງຢີ້ ພົບປະກັບຮອງນາຍົກລັດຖະມົນຕີລາວ

2022-08-06 13:09:03 cri


ວັນທີ 3 ສິງຫາ 2022, ໃນໄລຍະເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຕ່າງໆກ່ຽວກັບການຮ່ວມມືອາຊີຕາເວັນອອກ ທີ່ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົດລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດລາວ.

ທ່ານສະເຫຼີມໄຊ ກົມມະສິດຂອບໃຈນຳຈີນທີ່ໄດ້ໃຫ້ການສະໜັບສະໜູນແລະການຊ່ວຍເຫຼືອແກ່ປະເທດລາວໃນການພັດທະນາເສດຖະກິດແລະສັງຄົມໃນໄລຍະດົນນານມານີ້. ນອກນີ້, ທ່ານຍັງກ່າວຕື່ມວ່າ: ຫວ່າງມໍ່ໆມານີ້, ການກະທຳທ້າທາຍເກາະຜິດຂອງອາເມຣິກາໃນບັນຫາໄຕ້ຫວັນໄດ້ລະເມີດຄຳໝັ້ນສັນຍາຂອງຕົນ, ໄດ້ລະເມີດຫຼັກການພື້ນຖານຂອງການພົວພັນສາກົນ, ໄດ້ລ່ວງລະເມີດອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຈີນ. ປະເທດລາວຄັດຄ້ານເຈຕະນາໃດໆທີ່ເປັນການກໍ່ “ສອງປະເທດຈີນໃນໂລກ” ຫຼືວ່າ “ປະເທດຈີນໜຶ່ງ ແລະ ໄຕ້ຫວັນໜຶ່ງ”, ປະເທດລາວຈະສືບຕໍ່ຢືນຢູ່ຄຽງຂ້າງປະເທດຈີນຢ່າງເດັດດ່ຽວ, ສະໜັບສະໜູນຈີນໃນການປົກປັກຮັກສາອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຕົນ.

ທ່ານຫວາງຢີ້ ກ່າວເນັ້ນໜັກວ່າ: ອາເມຣິກາບໍ່ເອົາຫົວຊາຫຼັກການພື້ນຖານຂອງການພົວພັນສາກົນເພື່ອຜົນປະໂຫຍດຂອງຕົນ, ໄດ້ລ່ວງລະເມີດອະທິປະໄຕຂອງຈີນຢ່າງບັງອາດ, ຄວາມໜ້າເຊື່ອຖືຂອງອາເມຣິກາໄດ້ສູນຫາຍໄປໝົດແລ້ວ, ຈີນຈະຕ້ອງປະຕິບັດມາດຕະການຕອບໂຕ້ທີ່ຈຳເປັນແລະເດັດດ່ຽວ.

ທ່ານຫວາງຢີ້ ກ່າວຕື່ມວ່າ, ຄວາມໄວ້ເນື້ອເຊື່ອໃຈກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນແມ່ນເນື້ອໃນທີ່ຂາດບໍ່ໄດ້ສຳລັບຄູ່ຮ່ວມຊາຕາກຳຈີນ-ລາວ, ຈີນຊົມເຊີຍຫຼັກໝັ້ນທີ່ຍຸຕິທຳຂອງປະເທດລາວ, ຈະສືບຕໍ່ເພີ່ມທະວີຄວາມສາມັກຄີກັບຝ່າຍລາວ, ສະໜັບສະໜູນສອງຝ່າຍປົກປັກຮັກສາສິດແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍແລະພື້ນທີ່ການພັດທະນາຂອງຕົນ, ປົກປັກຮັກສາຄວາມເປັນທຳ ແລະຄວາມຍຸຕິທຳລະຫວ່າງປະເທດ.