ປະຊາຊົນອາເມຣິກາຫຼາຍກວ່າ 70% ເຫັນວ່າ:ເສດຖະກິດອາເມຣິກາກຳລັງຊຸດໂຊມລົງ

2022-08-08 16:46:57 cri


ບໍລິສັດວິທະຍຸກະຈາຍສຽງອາເມຣິກາຫຼືABCລາຍງານໃຫ້ຮູ້ວ່າ:ຜົນການສຳຫຼວດປະຊາມະຕິຫຼ້າສຸດທີ່ສື່ດັ່ງກ່າວຮ່ວມກັບ  Ipsos ເປັນຜູ້ດຳເນີນ ໄດ້ສະແດງໃຫ້ເຫັນວ່າ,ປະຊາຊົນອາເມຣິກາມີທ່າທີເບິ່ງໃນແງ່ຮ້າຍຕໍ່ສະພາບເສດຖະກິດແລະທິດທາງໃນອະນາຄົດດ້ານເສດຖະກິດຂອງປະເທດຕົນ,ອັດຕາສະໜັບສະໜູນທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໃນບັນຫາຕ່າງໆໄດ້ສືບຕໍ່ຫຼຸດລົງ.


ອີງຕາມຜົນການສຳຫຼວດປະຊາມະຕິສະແດງໃຫ້ເຫັນວ່າ:ປະຊາຊົນອາເມຣິກາຫຼາຍກວ່າສອງສ່ວນສາມຫຼືກວມ 69% ເຫັນວ່າ, ເສດຖະກິດອາເມຣິກາກຳລັງຊຸດໂຊມລົງ,ນີ້ແມ່ນລະດັບສູງສຸດນັບແຕ່ປີ 2008 ເປັນຕົ້ນມາ.


ນອກນີ້,ປະຊາຊົນອາເມຣິກາຍັງຄົງມີທ່າທີເບິ່ງໃນທາງລົບທີ່ມີລັກສະນະຖ້ວມ ທົ້ນຕໍ່ການທີ່ທ່ານໂຈ ໄບເດັນແກ້ໄຂບັນຫາການຟື້ນຟູເສດຖະກິດ.ມີປະຊາ ຊົນພຽງແຕ່ 37% ເຫັນດີນຳວຽກງານຂອງທ່ານໂຈ ໄບເດັນແລະມີປະຊາຊົນອາເມຣິກາເຖິງ 62% ບໍ່ເຫັນດີນຳ.


ບັນຫາໄພເງິນເຟີ້ຍິ່ງຮ້າຍແຮງຂຶ້ນ,ມີປະຊາຊົນອາເມຣິກາພຽງແຕ່ 29%ທີ່ສະໜັບສະໜູນວຽກງານຂອງທ່ານໂຈ ໄບເດັນແລະມີ 69% ບໍ່ສະໜັບສະໜູນ.