ກະຊວງການຕ່າງປະເທດຈີນຕອບໂຕ້ຖ້ອຍຄຳກ່ຽວກັບໄຕ້ຫວັນຂອງໂຄສົກທຳນຽບຂາວອາເມຣິກາ

2022-08-09 15:49:08 cri

ຕໍ່ກັບຖ້ອຍຄຳກ່ຽວກັບໄຕ້ຫວັນຂອງໂຄສົກທຳນຽບຂາວອາເມຣິກາທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ໃຫ້ເຫັນໃນກອງປະຊຸມຖະແຫຼງຂ່າວໃນຕອນບ່າຍວັນທີ 8 ສິງຫານີ້ວ່າຄຳແກ້ຕົວທີ່ໄຮ້ເຫດຜົນຂອງຝ່າຍອາເມຣິກາບໍ່ສາມາດປິດບັງຄວາມເປັນຈິງທີ່ເຫັນໄດ້ຢ່າງງ່າຍດາຍນັ້ນກໍຄືຜູ້ທີ່ປ່ຽນແປງສະພາບການໃນປັດຈຸບັນຢູ່ຊ່ອງແຄບໄຕ້ຫວັນແລະຊຸກຍູ້ສະຖານະການໃຫ້ເຄັ່ງຕຶງຂຶ້ນນັ້ນແມ່ນອາເມຣິກາຜູ້ທີ່ທ້າທາຍເກາະຜິດຢ່າງໄຮ້ເຫດຜົນນັ້ນແມ່ນ ອາເມຣິກາແລະຜູ້ທີ່ບໍ່ມີຄວາມຮັບຜິດຊອບນັ້ນຍັງແມ່ນອາເມຣິກາ



ທ່ານວ່າງເວີນປິ່ນຊີ້ອອກວ່າຝ່າຍຈີນຕອບໂຕ້ຄືນຕໍ່ການບັງອາດເດີນທາງໄປຢ້ຽມຢາມໄຕ້ຫວັນ ຂອງນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາຢ່າງເດັດດ່ຽວບໍ່ພຽງແຕ່ແມ່ນມາດຕະການທີ່ຈຳເປັນເພື່ອປົກປັກຮັກສາອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຕົນເທົ່ານັ້ນຍັງແມ່ນມາດຕະການທີ່ເປັນທຳເພື່ອປົກປັກຮັກສາກົດລະບຽບພື້ນຖານຂອງການພົວພັນສາກົນແລະລະບຽບການສາກົນທີ່ກຳນົດໄວ້ພາຍຫຼັງສົງຄາມໂລກຄັ້ງທີສອງຕື່ມອີກເປັນເວລາຍາວນານມາແລ້ວຝ່າຍອາເມຣິກາຖືຄັນທຸງປະຊາທິປະໄຕແລະສິດທິມະນຸດເປັນຂໍ້ອ້າງບັງອາດແຊກແຊງວຽກງານພາຍໃນຂອງປະເທດພວມພັດທະນາກໍ່ການແຊກແຊງແລະການຮຸກຮານທາງການທະຫານນີ້ແມ່ນໄພຂົ່ມຂູ່ໃຫຍ່ທີ່ສຸດຕໍ່ຄວາມໝັ້ນຄົງຂອງພາກພື້ນແລະສາກົນ