ທ່ານສີຈິ້ນຜິງ ປະທານປະເທດຈີນສົ່ງໂທລະເລກສະແດງຄວາມເຫັນໃຈຕໍ່ກູບາທີ່ເກີດເຫດການສາງເກັບນ້ຳມັນລະເບີດ

2022-08-09 15:34:57 cri

ວັນທີ 8 ສິງຫານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈໄປຍັງທ່ານມິກູເອນ ດີອາສ ກາເນວ ເລຂາທີໜຶ່ງຂອງສູນກາງພັກກອມມູນິດກູບາ ປະທານປະເທດກູບາ ຍ້ອນສາງເກັບນ້ຳມັນລະເບີດ.

ທ່ານສີຈິ້ນຜິງກ່າວວ່າ: ຂ້າພະເຈົ້າຮູ້ສຶກຕື່ນຕົກໃຈທີ່ໄດ້ຮັບຮູ້ວ່າຢູ່ແຂວງມາຕັນ  ຊາສກູບາເກີດເຫດການສາງເກັບນ້ຳມັນລະເບີດ ເຮັດໃຫ້ຫຼາຍຄົນເສຍຊີວິດແລະໄດ້ຮັບບາດເຈັບ ພ້ອມທັງມີຜົນເສຍຫາຍດ້ານຊັບສິນຢ່າງໜັກໜ່ວງ, ຂ້າພະເຈົ້າຂໍຕາງໜ້າລັດຖະບານຈີນກໍຄືປະຊາຊົນຈີນ ແລະໃນນາມສ່ວນຕົວ, ສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງຕໍ່ຜູ້ປະສົບເຄາະຮ້າຍໃນເຫດການຄັ້ງນີ້, ສະແດງຄວາມເຫັນໃຈຢ່າງຈິງໃຈໃຫ້ໄປຍັງຄອບຄົວຜູ້ປະສົບເຄາະຮ້າຍແລະຜູ້ໄດ້ຮັບບາດເຈັບ. ຈີນຍິນດີໃຫ້ການຊ່ວຍເຫຼືອແກ່ກູບາ.