ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າຜູ້ທີ່ປ່ຽນແປງສະພາບການຢູ່ຊ່ອງແຄບໄຕ້ຫວັນໃນປັດຈຸບັນນັ້ນແມ່ນອາເມຣິກາແລະອິດທິກຳລັງແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ

2022-08-10 11:06:18 cri



ວັນທີ 9 ສິງຫານີ້, ໃນເວລາຕອບໂຕ້ຖ້ອຍຄວາມທີ່ກ່ຽວຂ້ອງຂອງ ທ່ານ ອັນໂຕນີ ບລິນເຄນ ລັດຖະມົນຕີກະຊວງການຕ່າງປະເທດ ອາເມຣິກາ, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວ ຢືນຢັນວ່າ: ຜູ້ທີ່ໄດ້ທຳລາຍຫຼັກການປະເທດຈີນດຽວ ແລະປ່ຽນແປງສະພາບການຢູ່ ຊ່ອງແຄບໄຕ້ຫວັນໃນປັດຈຸບັນນັ້ນ ແມ່ນອາເມຣິກາແລະອິດທິກຳລັງແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດນັ້ນເອງ.

 ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້, ທ່ານອັນໂຕນີ ບລິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ກ່າວວ່າ: ສະພາບການ ໃນປັດຈຸບັນມັນບໍ່ແມ່ນເກີດຂຶ້ນໃນຄືນດຽວຫຼືເກີດຂຶ້ນໃນຊັ້ນສູນຍາກາດ. ການປ່ຽນ ແປງສະພາບການໃນປັດຈຸບັນຂອງໄຕ້ຫວັນໃນໄລຍະ 40 ປີຜ່ານມານີ້ແມ່ນ ມາຈາກປັກກິ່ງ ແຕ່ບໍ່ແມ່ນອາເມຣິກາ.

ຕໍ່ກັບເລື່ອງນີ້, ທ່ານວ່າງເວີນປິ່ນກ່າວວ່າ: “ສະພາບການປັດຈຸບັນຢູ່ຊ່ອງແຄບໄຕ້ຫວັນແມ່ນຫຍັງ?ຄຳຕອບແມ່ນຈະແຈ້ງທີ່ສຸດແລ້ວ, ນັ້ນກໍຄື ສອງຝັ່ງຊ່ອງແຄບໄຕ້ຫວັນລ້ວນແຕ່ເປັນຂອງປະເທດຈີນດຽວ, ໄຕ້ຫວັນເປັນພາກສ່ວນໜຶ່ງຂອງຈີນ, ອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນ ຂອງຈີນບໍ່ເຄີຍໄດ້ຖືກຕັດແຍກຈັກເທື່ອ. ໝາຍຄວາມວ່າ ຫຼັກການປະເທດຈີນດຽວ ເປັນການຕີຄວາມໝາຍອັນຈະແຈ້ງຕໍ່ ສະພາບການໃນປັດຈຸບັນຢູ່ຊ່ອງແຄບ ໄຕ້ຫວັນ. ການຍຶດໝັ້ນຫຼັກການປະເທດຈີນດຽວກໍ ແມ່ນການຮັກສາສະພາບການປັດຈຸບັນຢູ່ຊ່ອງແຄບໄຕ້ຫວັນ. ການຝ່າຝືນແລະ ທ້າທາຍຫຼັກການປະເທດຈີນດຽວ ກໍແມ່ນການປ່ຽນປ່ຽນສະພາບການປັດຈຸບັນຢູ່ຊ່ອງແຄບໄຕ້ຫວັນ.”

ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ໃນຊຸມປີມໍ່ໆມານີ້, ອາເມຣິກາມີການກະທຳທີ່ ເປີດແປນກວ່າເກົ່າໃນການສ້າງສິ່ງທີ່ຄຸມເຄືອ, ທຳລາຍແລະບິດເບືອນຫຼັກການປະເທດຈີນດຽວ, ພ້ອມທັງສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ໄຕ້ຫວັນ, ສະແດງກຳລັງຢູ່ຊ່ອງ ແຄບໄຕ້ຫວັນ,ຄ້ຳຊູແລະໃຫ້ທ້າຍອິດທິກຳລັງແບ່ງແຍກໄຕ້ຫວັນໃຫ້ເປັນເອກະ ລາດ.

ທ່ານວ່າງເວີນປິ່ນຍັງກ່າວຢືນຢັນວ່າ: ຈີນຈະຮ່ວມກັນກັບປະຊາຄົມໂລກ, ເດັດດ່ຽວປົກປັກຮັກສາຫຼັກການປະເທດຈີນດຽວ, ເດັດດ່ຽວປົກປ້ອງອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຕົນ, ເດັດດ່ຽວສະກັດກັ້ນກົນອຸບາຍ ທຸກຮູບແບບທີ່ມີເຈຕະນາສວຍໃຊ້ບັນຫາໄຕ້ຫວັນເພື່ອກີດກັ້ນປະເທດຈີນ, ເດັດດ່ຽວທັບມ້າງຄວາມເພີ້ຝັນຂອງເຈົ້າໜ້າທີ່ໄຕ້ຫວັນທີ່ຫວັງເພິ່ງພາອາເມຣິກາເພື່ອສະ ແຫວງຫາເອກະລາດ.