ສປຊຮຽກຮ້ອງໃຫ້ຣັດເຊຍແລະອາເມຣິກາປະຕິບັດສົນທິສັນຍາວ່າດ້ວຍການຫຼຸດຜ່ອນອາວຸດຍຸດທະສາດສະບັບໃໝ່ຢ່າງຮອບດ້ານ

2022-08-10 11:52:03 cri



 ວັນທີ 9 ສິງຫານີ້, ທ່ານ ສະຕີຟານ ດູຈາຣິກ ໂຄສົກເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ໃຫ້ສຳພາດຕໍ່ນັກຂ່າວCCTVຈີນໂດຍກ່າວວ່າ: ຕໍ່ກັບເລື່ອງທີ່ຣັດເຊຍປະກາດໂຈະການປະຕິບັດສົນທິ ສັນຍາວ່າດ້ວຍການຫຼຸດຜ່ອນອາວຸດຍຸດທະສາດສະບັບໃໝ່ຫຼື New START ເປັນການຊົ່ວຄາວເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ—19ແລະການຖືກລົງໂທດຈາກປະເທດຕາເວັນຕົກ, ອົງການສະຫະປະຊາຊາດຮຽກຮ້ອງ ໃຫ້ສອງຝ່າຍຂອງສົນທິສັນຍາດັ່ງກ່າວສືບຕໍ່ປະຕິບັດພັນທະໜ້າທີ່ຂອງຕົນ.

    ທ່ານດູຈາຣິກກ່າວຕື່ມວ່າ: ສົນທິສັນຍາວ່າດ້ວຍການຫຼຸດຜ່ອນອາວຸດຍຸດທະ ສາດສະບັບໃໝ່ເປັນສົນທິສັນຍາສອງຝ່າຍ ກ່ຽວກັບອາວຸດນີວເຄລຍທີ່ເຫຼືອພຽງ ສະບັບດຽວລະຫວ່າງອາເມຣິກາແລະຣັດເຊຍ ເຊິ່ງເປັນສອງປະເທດໃຫຍ່ທີ່ມີອາ ວຸດນີວເຄລຍຫຼາຍທີ່ສຸດຢູ່ໃນໂລກ. ສົນທິສັນຍາສະບັບນີ້ເປັນຂອດໜຶ່ງທີ່ຂາດ ບໍ່ໄດ້ໃນການຮັກສາສັນຕິພາບແລະສະຖຽນລະພາບ, ການຫຼຸດກຳລັງອາວຸດ ນີວເຄລຍແລະການບໍ່ແຜ່ຜາຍອາວຸດນີວເຄລຍໃນສາກົນ.