ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ:ການຈຳກັດແລະການກົດດັນໃດໆລ້ວນແຕ່ບໍ່ສາມາດສະກັດກັ້ນການພັດທະນາດ້ານວິທະຍາສາດເຕັກໂນໂລຊີແລະຄວາມກ້າວໜ້າດ້ານອຸດສາຫະກຳຂອງຈີນໄດ້

2022-08-11 12:01:59 cri


ຫວ່າງມໍ່ໆມານີ້,ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ລົງນາມໃນຮ່າງກົດໝາຍວ່າດ້ວຍແຜ່ນຊິບແລະວິທະຍາສາດຢ່າງເປັນທາງການ.ຕໍ່ກັບເລື່ອງນີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ໃຫ້ເຫັນໃນເວລາຕອບຄຳຖາມຢູ່ກອງປະຊຸມຖະແຫຼງຂ່າວເມື່ອວັນທີ 10 ສິງຫານີ້ວ່າ:ປະເທດຈີນຍຶດໝັ້ນຖືເອົາການພັດທະນາຂອງປະເທດແລະຂອງຊາດໄວ້ຢູ່ຈຸດພື້ນຖານແຫ່ງກຳລັງຂອງຕົນ,ການຈຳກັດແລະການກົດດັນໃດໆລ້ວນແຕ່ບໍ່ສາມາດສະກັດກັ້ນການພັດທະນາດ້ານວິທະຍາສາດເຕັກໂນໂລຊີແລະບາດກ້າວ ເດີນແຫ່ງຄວາມກ້າວໜ້າດ້ານອຸດສາຫະກຳ.


ທ່ານວ່າງເວີ່ນປິ່ນກ່າວຕື່ມວ່າ:ຮ່າງກົດໝາຍດັ່ງກ່າວຂອງອາເມຣິກາອ້າງວ່າ “ມີຈຸດປະສົງເພື່ອຍົກລະດັບຄວາມສາມາດດ້ານການແຂ່ງຂັນຂອງວິທະຍາ ສາດເຕັກໂນໂລຊີແລະອຸດສາຫະກຳແຜ່ນຊິບຂອງອາເມຣິກາ”,ແຕ່ຊ້ຳພັດສະໜອງການເກື້ອກູນຈຳນວນມະຫາສານໃຫ້ກັບອຸດສາຫະກຳແຜ່ນຊິບໃນດິນແດນອາເມຣິກາ,ປະຕິບັດນະໂຍບາຍຄ້ຳຈູນອຸດສາຫະກຳແບບມີຄວາມແຕກຕ່າງກັນ, ລວມທັງມາດຕາຈຳນວນໜຶ່ງທີ່ຈຳກັດວິສາຫະກິດທີ່ກ່ຽວຂ້ອງດຳເນີນການລົງທຶນແລະການເຄື່ອນໄຫວເສດຖະກິດການຄ້າທີ່ເປັນປົກກະຕິຢູ່ຈີນແລະການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີທີ່ເປັນປົກກະຕິລະຫວ່າງຈີນ-ອາເມຣິກາເຊິ່ງຈະສ້າງຄວາມຫຍຸ້ງຍາກໃຫ້ກັບຕ່ອງໂສ້ການສະໜອງເຊມິຄອນດັກເຕີຂອງໂລກແລະສ້າງຄວາມວຸ້ນວາຍໃຫ້ກັບການຄ້າສາກົນ.ຝ່າຍຈີນສະແດງການຄັດຄ້ານຢ່າງເດັດດ່ຽວຕໍ່ກັບເລື່ອງນີ້.