ເປີດການຊ້ອມຮົບຮ່ວມລະຫວ່າງກອງທັບອາກາດຈີນ-ໄທທີ່ມີຊື່ວ່າ Eagle Strike-2022

2022-08-15 12:10:51 CRI


     ຕອນບ່າຍວັນທີ 14 ສິງຫາປີ 2022 ນີ້, ພິທີເປີດການຊ້ອມຮົບຮ່ວມລະຫວ່າງກອງທັບອາກາດຈີນ-ໄທທີ່ມີຊື່ວ່າ Eagle Strike-2022 ໄດ້ຈັດຂຶ້ນຢູ່ຖານທັບອາກາດອຸດອນທານີຂອງໄທ. ຜູ້ບັນຊາການໃຫຍ່ການຊ້ອມຮົບຮ່ວມຄັ້ງນີ້ຂອງຝ່າຍຈີນແລະຝ່າຍໄທຕ່າງໄດ້ກ່າວຄຳປາໄສ. ສະມາຊິກຂອງກອງບັນຊາການສອງຝ່າຍ ພະນັກງານສະຖານທູດຈີນປະຈຳໄທ ພ້ອມດ້ວຍຜູ້ຕາງໜ້ານາຍແລະພົນທະຫານທີ່ເຂົ້າຮ່ວມການຊ້ອມຮົບຮ່ວມໄດ້ເຂົ້າຮ່ວມພິທີເປີດດັ່ງກ່າວ.


     ການຊ້ອມຮົບຮ່ວມຄັ້ງນີ້ເປັນການຊ້ອມຮົບຮ່ວມຄັ້ງທີ 5 ລະຫວ່າງກອງທັບອາກາດຈີນແລະໄທ, ຝ່າຍຈີນໄດ້ສົ່ງຍົນຮົບ ຍົນຖິ້ມລະເບີດ ແລະຍົນເຕືອນໄພເຂົ້າຮ່ວມ, ຝ່າຍໄທໄດ້ສົ່ງຍົນຮົບ ແລະຍົນເຕືອນໄພເຂົ້າຮ່ວມ. ການຊ້ອມຮົບຮ່ວມຄັ້ງນີ້ຕົ້ນຕໍແມ່ນເນັ້ນໃສ່ການຊ່ວຍເຫຼືອທາງອາກາດ, ການໂຈມຕີກະທັນຫັນຕໍ່ໜ້າດິນ ການນຳໃຊ້ກຳລັງທະຫານຢ່າງຂະໜາດນ້ອຍແລະຂະໜາດໃຫຍ່ ແລະອື່ນໆ, ເຊິ່ງມີຈຸດປະສົງ ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນແລະມິດຕະພາບລະຫວ່າງກອງທັບອາກາດຂອງສອງປະເທດ, ລົງເລິກການຮ່ວມມືທີ່ແທ້ຈິງ, ຮ່ວມກັນປົກປັກຮັກສາຄວາມໝັ້ນຄົງແລະສະຖຽນລະພາບຂອງພາກພື້ນ.