ສ.ເກົາຫຼີ ກັບ ອາເມຣິກາ ເລີ່ມຈັດການຊ້ອມຮົບເພື່ອກະກຽມໃຫ້ແກ່ການຊ້ອມຮົບຮ່ວມ UFS

2022-08-17 15:25:19 cri


ວັນທີ 16 ສິງຫານີ້, ກອງທັບສອງປະເທດ ສ.ເກົາຫຼີ ກັບ ອາເມຣິກາ ເລີ່ມຈັດການຊ້ອມຮົບຮັບມືກັບວິກິດການເປັນເວລາ 4 ວັນ, ເພື່ອທຳການກະກຽມໃຫ້ແກ່ການຊ້ອມຮົບຮ່ວມ UFS ທີ່ຈະຈັດຂຶ້ນໃນທ້າຍເດືອນສິງຫານີ້.


ຂ່າວສານຢົນຮັບຂອງ ສ.ເກົາຫຼີ ໄດ້ອ້າງອີງຂໍ້ມູນຂ່າວຈາກຝ່າຍທະຫານສ.ເກົາຫຼີລາຍງານວ່າ, ການຊ້ອມຮົບຮັບມືກັບວິກິດການແມ່ນການຊ້ອມຮົບເພື່ອກະກຽມໃຫ້ແກ່ການຊ້ອມຮົບຮ່ວມ UFS, ການຊ້ອມຮົບມີຈຸດປະສົງເພື່ອໃຫ້ທະຫານສອງປະເສດສ.ເກົາຫຼີແລະອາເມຣິກາກຳໄດ້ບາດກ້າວຮັບມືກັບວິກິດການ ຫຼີກເວັ້ນບໍ່ໃຫ້ວິກິດການກາຍເປັນສົງຄາມ ໃນກໍລະນີທີ່ແຫຼມເກົາຫຼີມີຄວາມອາດເປັນໄປໄດ້ທີ່ຈະເກີດສົງຄາມ. ເມື່ອການຊ້ອມຮົບຮັບມືກັບວິກິດການດັ່ງກ່າວສິ້ນສຸດລົງແລ້ວ, ກອງທັບຂອງສອງປະເທດສ.ເກົາຫຼີແລະອາເມຣິກາຈະເລີ່ມຈັດການຊ້ອມຮົບຮ່ວມ UFS ຢ່າງເປັນທາງການນັບແຕ່ວັນທີ 22 ສິງຫານີ້ເປັນຕົ້ນໄປ.