ທ່ານສີຈິ້ນຜິງກ່າວວ່າ: ຕ້ອງເຮັດວຽກງານເຂດຊຸມຊົນໃຫ້ດີ ຕ້ອງເພີ່ມທະວີວຽກງານກ່ຽວກັບຜູ້ເຖົ້າ ແລະ ເດັກນ້ອຍ

2022-08-18 15:06:45 CRI


ຕອນບ່າຍວັນທີ 17 ສິງຫານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນໄດ້ເຄື່ອນໄຫວສຳຫຼວດກວດກາຢູ່ເຂດຊຸມຊົນມູຕ່ານຖະໜົນສ່ານໄທຈືເມືອງຫວງກູ່ນະຄອນເສີນຢາງແຂວງລຽວນິງ, ເພື່ອຮັບຮູ້ສະພາບການກໍ່ສ້າງພັກຢູ່ຮາກຖານ, ການຮັບໃຊ້ປະຊາຊົນ ແລະອື່ນໆ. ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ການບໍລິການໃຫ້ກັບຜູ້ເຖົ້າຕ້ອງທັນກັບສະພາບຕົວຈິງ, ການບຳລຸງສ້າງເດັກນ້ອຍ ແລະວຽກງານອື່ນໆຕ້ອງເພີ່ມທະວີຂຶ້ນ. ຕ້ອງເຮັດໃຫ້ປະຊາຊົນມີຄວາມຮູ້ສຶກວ່າ ພັກກອມມູນິດຈີນຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ, ພັກຢູ່ໃກ້ກັບປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ.