ໂຄສົກກະຊວງການຄ້າຈີນກ່າວວ່າ: ຈະນຳໃຊ້ມາດຕະການທີ່ແຂງແຮງເພື່ອປົກປ້ອງສິດແລະຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງຕົນໃນເວລາທີ່ມີຄວາມຈຳເປັນ

2022-08-19 15:02:32 cri


ໂດຍແນໃສ່ກໍລະນີທີ່ອາເມຣິກາໄດ້ຜ່ານ ກົດໝາຍວ່າດ້ວຍແຜ່ນຊິບແລະວິທະຍາສາດ ໃນຫວ່າງມໍ່ໆມານີ້, ວັນທີ 18 ສິງຫານີ້, ທ່ານນາງ ຊູ້ຈົວທີງ ໂຄສົກກະຊວງການຄ້າຈີກ່າວວ່າ: ຈີນເດັດດ່ຽວຄັດຄ້ານເລື່ອງດັ່ງກ່າວ. ຈີນຈະສືບຕໍ່ຕິດຕາມສະພາບການປະຕິບັດກົດໝາຍດັ່ງກ່າວ, ແລະຈະນຳໃຊ້ມາດຕະການທີ່ແຂງແຮງເພື່ອປົກປ້ອງສິດແລະຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງຕົນໃນເວລາທີ່ມີຄວາມຈຳເປັນ.


ໃນກອງປະຊຸມຖະແຫຼງຂ່າວຜ່ານທາງອອນລາຍຂອງກະຊວງການຄ້າຈີນທີ່ຈັດຂຶ້ນໃນມື້ດຽວກັນ, ທ່ານນາງ ຊູ້ຈົວທີງ ກ່າວເນັ້ນວ່າ, ອາເມຣິກາຜ່ານກົດໝາຍວ່າດ້ວຍແຜ່ນຊິບແລະວິທະຍາສາດ, ສະໜອງເງິນອຸດໜູນຈຳນວນຫຼວງຫຼາຍແລະໃຫ້ບຸລິມະສິດດ້ານພາສີອາກອນແກ່ຂະແໜງການແຜ່ນຊິບຂອງອາເມຣິກາ, ແມ່ນນະໂຍບາຍສະໜັບສະໜູນຂະແໜງການທີ່ມີຄວາມຈຳແນກຢ່າງຈະແຈ້ງ. ຂໍ້ມາດຕາຈຳນວນໜຶ່ງໃນກົດໝາຍດັ່ງກ່າວ, ໄດ້ຈຳກັດການເຄື່ອນໄຫວ ດ້ານເສດຖະກິດການຄ້າແລະການລົງທຶນແບບປົກກະຕິຢູ່ຈີນ ຂອງວິສາຫະກິດທີ່ກ່ຽວຂ້ອງ, ມີຄວາມຈຳແນກຢ່າງເດັ່ນຊັດ, ເຊິ່ງໄດ້ຝ່າຝືນກົດເກນຕະຫຼາດແລະລະບຽບການດ້ານເສດຖະກິດການຄ້າສາກົນຢ່າງໜັກໜ່ວງ, ຈະສົ່ງຜົນກະທົບຕໍ່ຕ່ອງໂສ້ການສະໜອງ     ເຄື່ອງຊັກນຳໄຟຟ້າ ຫຼື semiconductor ຂອງທົ່ວໂລກ, ແລະສ້າງຄວາມລົບກວນໃຫ້ແກ່ການຄ້າສາກົນ.