ທ່ານວາງຢີ້ ເປັນເຈົ້າພາບຈັດກອງປະຊຸມຜູ້ປະສານງານໃນການຜັນຂະຫຍາຍໝາກຜົນຂອງກອງປະຊຸມຂັ້ນລັດຖະມົນຕີຄັ້ງທີ 8 ຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກາ

2022-08-19 15:12:04 cri


ວັນທີ 18 ສິງຫານີ້, ຢູ່ທີ່ນະຄອນຫຼວງປັກກິ່ງ, ທ່ານວາງຢີ້, ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເປັນເຈົ້າພາບຈັດກອງປະຊຸມຜູ້ປະສານງານໃນການຜັນຂະຫຍາຍໝາກຜົນຂອງກອງປະຊຸມຂັ້ນລັດຖະມົນຕີຄັ້ງທີ 8 ຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກາ ຜ່ານທາງວິດີໂອ. ທ່ານນາງໄອຊາຕາ ລັດຖະມົນຕີກະຊວງການຕ່າງປະເທດເຊເນການ ປະເທດປະທານຮ່ວມຝ່າຍອາຟຣິກາຂອງເວທີປຶກສາຫາລືດັ່ງກ່າວ ພ້ອມດ້ວຍຜູ້ຕາງໜ້າປະເທດປະທານຝ່າຍອາຟຣິກາຂອງເວທີປຶກສາຫາລືທຸກຄັ້ງຜ່ານມາ, ຜູ້ຕາງໜ້າອະນຸພາກພື້ນຕ່າງໆຂອງອາຟຣິກາ, ຜູ້ຕາງໜ້າຄະນະກຳມະການສະຫະພັນອາຟຣິກາແລະທູຕານຸທູດບັນດາປະເທດອາຟຣິກາປະຈຳຈີນ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.


ທ່ານວາງຢີ້ກ່າວວ່າ, ເດືອນພະຈິກປີກາຍນີ້, ກອງປະຊຸມຂັ້ນລັດຖະມົນຕີຄັ້ງທີ 8 ຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກາ ໄດ້ຈັດຂຶ້ນຢູ່ນະຄອນຕາຄາຢ່າງສຳເລັດຜົນ, ທ່ານ ສີຈີ້ນຜິງ ປະທານປະເທດຈີນໄດ້ປະກາດເລີ່ມປະຕິບັດ “9 ໂຄງການ” ຮ່ວມມືຈີນ-ອາຟຣິກາ. ໃນເຄິ່ງປີປາຍທີ່ຜ່ານມາ, ການປະຕິບັດໝາກຜົນຂອງກອງປະຊຸມເຂົ້າສູ່ພາກປະຕິບັດຕົວຈິງ ໄດ້ດຳເນີນໄປເປັນຢ່າງດີ, ເຊິ່ງໄດ້ນຳເອົາຄວາມສຸກທີ່ແທ້ຈິງມາໃຫ້ປະຊາຊົນອາຟຣິກາ. ໃນຂະນະທີ່ຢືນຢູ່ຈຸດເລີ່ມຕົ້ນປະຫວັດສາດໃໝ່, ສອງຝ່າຍຈີນ-ອາຟຣິກາຄວນມີຄວາມສາມັກຄີກັນຢ່າງແໜ້ນແຟ້ນກວ່າເກົ່າ, ສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກາທີ່ແທ້ຈິງໃນຍຸກໃໝ່.


ຜູ້ຕາງໜ້າອາຟຣິກາຫຼາຍທ່ານໄດ້ຕັ້ງໜ້າຕີລາຄາວຽກງານຕ່າງໆຂອງຝ່າຍຈີນໃນການຜັນຂະຫຍາຍໝາກຜົນຂອງກອງປະຊຸມຂັ້ນລັດຖະມົນຕີຄັ້ງທີ 8 ຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກາໃຫ້ເຂົ້າສູ່ພາກປະຕິບັດຕົວຈິງ.