ໄຂງານວາງສະແດງຫຸ່ນຍົນໂລກ 2022 ທີ່ນະຄອນຫຼວງປັກກິ່ງ

2022-08-19 16:10:27 CRI

 

ຕາມຂ່າວCRI: ວັນທີ 18 ສິງຫານີ້, ງານວາງສະແດງຫຸ່ນຍົນໂລກ 2022 ໄດ້ຈັດຂຶ້ນຢູ່ສູນວາງສະແດງສາກົນຢີຊວ້າງປັກກິ່ງ, ໂດຍໄດ້ຕັ້ງເຂດວາງສະແດງໃຫຍ່ 3 ເຂດ, ມີວິສາຫະກິດຫຸ່ນຍົນແລະອົງການຄົ້ນຄວ້າວິທະຍາສາດທັງໝົດ 130 ກວ່າແຫ່ງເຂົ້າຮ່ວມວາງສະແດງຄັ້ງນີ້.

 

ງານວາງສະແດງຄັ້ງນີ້ລວມມີເຄື່ອງວາງສະແດງ 500 ກວ່າອັນແລະມີຜະລິດຕະພັນໃໝ່ 30 ກວ່າອັນໄດ້ເຕົ້າໂຮມຢູ່ສະຖານທີ່ວາງສະແດງ, ໂດຍປິ່ນອ້ອມຜົນງານການປະດິດສ້າງໃໝ່ແລະສະຖານທີ່ການນຳໃຊ້ເຕັກໂນໂລຊີຫຸ່ນຍົນຂອງຍ່ານເໜືອແລະຍ່ານໃຕ້ໃນຂະແໜງທີ່ເປັນຕ່ອງໂສ້ການຜະລິດທັງໝົດ, ໄດ້ສຸມໃສ່ວາງສະແດງເຕັກໂນໂລຊີແລະຜະລິດຕະພັນທີ່ທັນສະໄໝຂອງຫຸ່ນຍົນ.

 

ເມື່ອທຽບກັບງານວາງສະແດງຄັ້ງຜ່ານມາແລ້ວ, ງານວາງສະແດງຄັ້ງນີ້ໄດ້ສ້າງຮູບແບບໃໝ່ຂອງການວາງສະແດງທີ່ມີ ຫຸ່ນຍົນ+ສະຖານທີ່ນຳໃຊ້ ຢ່າງມີຫົວຄິດປະດິດສ້າງໃໝ່, ໄດ້ຈັດຕັ້ງເຂດວາງສະແດງ ຫຸ່ນຍົນ+ການປິ່ນປົວ” “ຫຸ່ນຍົນ+ການຈໍລະຈອນສິນຄ້າ” “ຫຸ່ນຍົນ+ກະສິກຳ ແລະເຂດວາງສະແດງສະເພາະອື່ນໆ, ໄດ້ເຕົ້າໂຮມຜະລິດຕະພັນຫຸ່ນຍົນທີ່ທັນສະໄໝພາຍໃຕ້ສະຖານທີ່ປະເພດຕ່າງໆ, ຕົວຢ່າງ:  ຫຸ່ນຍົນລາດຕະເວນກວດກາຢູ່ໂຮງປັບໄຟຟ້າທີ່ສາມາດທົນທານຕໍ່ສະພາບອາກາດທີ່ໜາວຈັດ, ຫຸ່ນຍົນເກັບໝາກໂປ້ມ, ຫຸ່ນຍົນຜ່າຕັດເສັ້ນເລືອດແລະອື່ນໆ.