ບັງກະລາເທດເກີດເຫດການເຮືອລົ້ມຍ້ອນອາກາດຮ້າຍແຮງ ຫາຍສາບສູນຢ່າງໜ້ອຍ 16 ຄົນ

2022-08-20 13:46:22 CRI


     ຕາມສື່ມວນຊົນບັງກະລາເທດລາຍງານວ່າ: ກອງຕຳຫຼວດປ້ອງກັນແຄມທະເລບັງກະລາເທດແຈ້ງໃຫ້ຮູ້ວ່າ, ຕອນຄ່ຳວັນທີ 19 ສິງຫາປີ 2022 ນີ້ ຕາມເວລາທ້ອງຖິ່ນ, ເຮືອປະມົງ 5 ລຳໄດ້ລົ້ມຢູ່ບໍລິເວນທ່າກຳປັ່ນພາຢາຣາ ອ່າວບັງກະລາເທດຍ້ອນອາກາດຮ້າຍແຮງ, ມີຊາວປະມົງຢ່າງໜ້ອຍ 16 ຄົນຫາຍສາບສູນ. ການເຄື່ອນໄຫວຄົ້ນຫາແລະກອບກູ້ກຳລັງດຳເນີນຢູ່.