ທ່ານສີຈິ້ນຜິງເນັ້ນໜັກວ່າຕ້ອງມີຄວາມຮັບຜິດຊອບແລະສ້າງຜົນງານຫຼາຍກວ່າເກົ່າໃນການພັດທະນາພາກຕາເວັນອອກສຽງເໜືອໃຫ້ຈະເລີນໃນຍຸກໃໝ່

2022-08-20 09:32:13 cri


ໃນເວລາສຳຫຼວດກວດກາວຽກງານຢູ່ແຂວງລຽວນິງ ພາກຕາເວັນອອກສຽງເໜືອຂອງຈີນໃນຫວ່າງມໍ່ໆມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ກ່າວເນັ້ນໜັກວ່າ: ຕ້ອງຜັນຂະຫຍາຍແນວທາງນະໂຍບາຍທີ່ສູນກາງພັກວາງອອກ, ຍຶດໝັ້ນທິດທາງພື້ນຖານແຫ່ງການປະຕິບັດວຽກງານໃຫ້ມີປະສິດທິຜົນຢ່າງໝັ້ນທ່ຽງ, ຊຸກຍູ້ການພັດທະນາເສດຖະກິດສັງຄົມໄປຄຽງຄູ່ກັບການປ້ອງກັນແລະຄວບຄຸມສະພາບການລະບາດຂອງພະຍາດໂຄວິດ-19ຢ່າງມີປະສິດທິຜົນ, ປະສົມປະສານວຽກງານການພັດທະນາແລະຮັກສາຄວາມໝັ້ນຄົງໃຫ້ເປັນເອກະພາບກັນ, ຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາໃໝ່ຢ່າງຄົບຖ້ວນ,ຖືກຕ້ອງແລະຮອບດ້ານ, ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງຢ່າງເດັດດ່ຽວໜຽວແໜ້ນ, ຊຸກຍູ້ການສ້າງຄວາມຮັ່ງມີຮ່ວມກັນຢ່າງໜັກແໜ້ນ, ເລັ່ງຊຸກຍູ້ການຫັນເປັນທັນສະໄໝຂອງລະບົບແລະຄວາມສາມາດດ້ານການບໍລິຫານ,ລົງເລິກຊຸກຍູ້ປະຕິບັດການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ, ຕ້ອງສະແດງໃຫ້ເຫັນຄວາມຮັບຜິດຊອບແລະສ້າງຜົນງານຫຼາຍກວ່າເກົ່າໃນການພັດທະນາພາກຕາເວັນອອກສຽງເໜືອໃຫ້ຈະເລີນໃນຍຸກໃໝ່, ສູ້ຊົນບຸກເບີກສະພາບການໃໝ່ແຫ່ງການພັດທະນາແຂວງລຽວນິງໃຫ້ຈະເລີນ ເພື່ອຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນທີ່ຈະໄຂຂຶ້ນຢ່າງມີໄຊດ້ວຍການກະທຳຕົວຈິງ.


ລະຫວ່າງວັນທີ 16ຫາ17ສິງຫາ2022, ທ່ານສີຈິ້ນຜິງໄດ້ເດີນທາງໄປນະຄອນຈິນໂຈ່ວ, ນະຄອນເສີນຢາງແລະແຫ່ງອື່ນໆຕາມລຳດັບ ເພື່ອລົງເຄື່ອນໄຫວຢ້ຽມຢາມແລະດຳເນີນການສຳຫຼວດຄົ້ນຄວ້າວຽກງານຢູ່ຫໍລະນຶກການປະຕິວັດ, ໂຄງການປົວແປງແມ່ນ້ຳແລະໜອງບຶງ, ວິສາຫະກິດ, ເຂດຊຸມຊົນແລະແຫ່ງອື່ນໆ.