ຈີນສົ່ງດາວທຽມສຳຫຼວດໄລຍະໄກຊຸດ 04 ເລກ 35 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

2022-08-21 16:19:53 cri

ໃນເວລາ 1 ໂມງ 37 ນາທີຂອງວັນທີ 20 ສິງຫາ 2022 ຕາມເວລາປັກກິ່ງ, ຢູ່ຖານສົ່ງດາວທຽມສີ່ຊ່າງ, ຈີນໄດ້ນຳໃຊ້ຈະຫຼວດສົ່ງຍານຊາງເຈິ່ງ 2D ສົ່ງດາວທຽມສຳຫຼວດໄລຍະໄກຊຸດ 04 ເລກ 35 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ. ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສະດວກ, ພາລະກິດການສົ່ງດາວທຽມຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.

ດາວທຽມຊຸດນີ້ຕົ້ນຕໍແມ່ນນຳໃຊ້ເຂົ້າໃນການທົດລອງວິທະຍາສາດ, ການສຳຫຼວດຊັບພະຍາກອນທີ່ດິນຂອງຈີນໂດຍທົ່ວໄປ, ການປະເມີນຜົນຜະລິດກະສິກຳ, ການປ້ອງກັນແລະບັນເທົາໄພພິບັດ ແລະຂົງເຂດອື່ນໆ.