ຢູ່ກຳປູເຈຍ ໄຟຟ້າມອດເປັນບໍລິເວນກວ້າງ

2022-08-22 16:22:16 cri

ອີງຕາມສື່ມວນຊົນກຳປູເຈຍລາຍງານໃຫ້ຮູ້ວ່າ: ໃນວັນທີ21ສິງຫານີ້,ຢູ່ກຳປູເຈຍໄດ້ເກີດກໍລະນີ ໄຟຟ້າມອດເປັນບໍລິເວນກວ້າງ,ຢູ່ນະຄອນຫຼວງພະນົມເປັນແລະຫຼາຍແຂວງທີ່ຢູ່ອ້ອມຂ້າງຕົກຢູ່ໃນຄວາມມືດ.

ບໍລິສັດໄຟຟ້າກຳປູເຈຍເປີດເຜີຍໃຫ້ຮູ້ວ່າ: ສາເຫດທີ່ໄຟຟ້າມອດແມ່ນຍ້ອນໝໍ້ແບ່ງສົ່ງໄຟຟ້າຄວາມແຮງສູງໜ່ວຍໜຶ່ງເພ,ເຊິ່ງໄດ້ສັ່ງໃຫ້ໜ່ວຍງານເຕັກນິກໄປກວດກາສ້ອມແປງແລ້ວ. ປັດຈຸບັນ,ການສະໜອງໄຟຟ້າຢູ່ເຂດທີ່ກ່ຽວຂ້ອງກຳລັງຟື້ນຟູຄືນເທື່ອລະກ້າວ.

   ພະແນກຄຸ້ມຄອງການສະໜອງນ້ຳປະປານະຄອນຫຼວງພະນົມເປັນແຈ້ງໃຫ້ຮູ້ວ່າ: ໄຟຟ້າມອດເຮັດໃຫ້ລະບົບສະໜອງນ້ຳປະປາສ່ວນໜຶ່ງຢູ່ພະນົມເປັນຢຸດການເຄື່ອນໄຫວ.