ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຈັດກອງປະຊຸມຊົ່ວຄາວກ່ຽວກັບສະຖານະການຢູ່ໂຮງໄຟຟ້ານິວເຄຼຍຊາໂປໂຣເຢ

2022-08-24 11:55:28 cri

   ວັນທີ23ສິງຫານີ້ຕາມເວລາທ້ອງຖິ່ນ,ໂດຍອີງຕາມຄວາມຮຽກຮ້ອງຈາກຣັດເຊຍ, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມຊົ່ວຄາວກ່ຽວກັບສະຖານະການຢູ່ໂຮງໄຟຟ້ານິວເຄຼຍຊາໂປໂຣເຢ.

ໃນກອງປະຊຸມ,ທ່ານເກີງສວງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຈົ່ງຮັກສາຄວາມອົດທົນຫຼາຍທີ່ສຸດ,ຫຼຸດຜ່ອນຄວາມສ່ຽງຈາກໂຮງໄຟຟ້ານິວເຄຼຍຊາໂປໂຣເຢຂອງປະເທດອູແກຣນໃຫ້ຕ່ຳທີ່ສຸດ,ບໍ່ໃຫ້ເກີດເລື່ອງໂສກເສົ້າຄືກັບໂຮງໄຟຟ້ານິວເຄຼຍທີ່ເຊໂນບີແລະຟຸຄຸຊິມະ.

   ກອງປະຊຸມ, ຜູ້ຕາງໜ້າຖາວອນຂອງຣັດເຊຍໄດ້ປະຕິເສດຈໍ້ກ່າວຫາທີ່ວ່າຣັດເຊຍໄດ້ຈັດວາງອາວຸດໃດໆຢູ່ເຂດອ້ອມໂຮງໄຟຟ້ານິວເຄຼຍ. ຜູ້ຕາງໜ້າຖາວອນຂອງອູແກຣນກ່າວວ່າ: ອົງການພະລັງງານປະລະມານູສາກົນຄວນກວດກາໂຮງໄຟຟ້ານິວເຄຼຍຊາໂປໂຣເຢຕາມຄວາມຮຽກຮ້ອງຂອງອູແກຣນ,ທັງກ່າວເນັ້ນອີກຄັ້ງໜຶ່ງວ່າອູແກຣນມີອະທິປະໄຕຕໍ່ໂຮງໄຟຟ້ານິວເຄຼຍດັ່ງກ່າວ.