ການໄຕ່ສວນຄັ້ງສຸດທ້າຍຂອງສານສະຫະພັນມາເລເຊຍຮັກສາການຕັດສິນຕໍ່ຄະດີສໍ້ລາດບັງຫຼວງຂອງທ່ານນາຈິບ ຣາຊັກ ອະດີດນາຍົກລັດຖະມົນຕີ

2022-08-24 10:40:09 cri

ວັນທີ 23 ສິງຫານີ້, ສານສະຫະພັນມາເລເຊຍໄດ້ປະຕິເສດການອຸທອນຂອງທ່ານ ນາຈິບ ຣາຊັກ ອະດີດນາຍົກລັດຖະມົນຕີ ແລະຕັດສິນວ່າ: ຮັກສາການຕັດສິນຂອງສານຂັ້ນສູງກົວລາລຳເປີທີ່ມີຕໍ່ທ່ານ, ຄື: ຕັດອິດສະຫຼະພາບເປັນເວລາ 12 ປີ ແລະ ປັບໃໝ 210 ລ້ານລິງກິດດ້ວຍຂໍ້ກ່າວຟ້ອງສໍ້ລາດບັງຫຼວງຫຼາຍລາຍການ.

ສື່ມວນຊົນມາເລເຊຍຊີ້ອອກວ່າ: ນີ້ແມ່ນການອຸທອນຄັ້ງສຸດທ້າຍຂອງຄະດີດັ່ງກ່າວ, ສະນັ້ນ, ທ່ານ ນາຈິບ ຣາຊັກ ຈຶ່ງຈຳເປັນຕ້ອງຖືກຕິດຄຸກ ແລະ ບໍ່ສາມາດເຂົ້າຮ່ວມການເລືອກຕັ້ງໃຫຍ່ທົ່ວປະເທດທີ່ອາດຈະຈັດຂຶ້ນໄດ້ໃນທຸກເວລາ. ຖ້າທ່ານ ນາຈິບ ຣາຊັກ ບໍ່ສາມາດໄດ້ຮັບການນີລະໂທດ, ກໍອາດຈະກາຍເປັນອະດີດນາຍົກລັດຖະມົນຕີທີ່ຖືກຕິດຄຸກຄົນທຳອິດໃນປະຫວັດສາດມາເລເຊຍ.