ຜູ້ຊ່ຽວຊານອາຟຣິກກາໃຕ້ກ່າວວ່າ: ອາເມຣິກາຂັດຂວາງລັດທິຫຼາຍຝ່າຍ, ທ້າທາຍເກາະຜິດຕໍ່ສັນຕິພາບໂລກ

2022-08-26 11:07:30 cri

ຜູ້ຊ່ຽວຊານອາຟຣິກກາຊີ້ອອກວ່າ: ການກະທຳຕ່າງໆຂອງອາເມຣິກາໃນໄລຍະມໍ່ໆມານີ້ ໄດ້ສະແດງໃຫ້ເຫັນເຖິງເຈຕະນາຊົ່ວຮ້າຍຂອງເຂົາທີ່ຢາກຈະຂັດຂວາງລັດທິຫຼາຍຝ່າຍຂອງໂລກ, ສິ່ງນີ້ຈະເປັນການທ້າທາຍເກາະຜິດຢ່າງໃຫຍ່ຕໍ່ກັບສັນຕິພາບຂອງໂລກ.

ທ່ານ ເດວິດ ມົນຢາ ຫົວໜ້າສູນຄົ້ນຄວ້າອາຟຣິກກາ-ຈີນຂອງມະຫາວິທະຍາໄລໂຢຮານເນັສບວກອາຟຣິກກາໃຕ້ກ່າວວ່າ: ດ້ານໜຶ່ງແມ່ນການຂະຫຍາຍອານາເຂດຂອງກຸ່ມນາໂຕ, ອີກດ້ານໜຶ່ງແມ່ນການຈໍ່ຕົວຂຶ້ນເປັນພັນທະມິດ ເຊິ່ງພວກເຮົາເຫັນໄດ້ວ່າ: ອາເມຣິກາໄດ້ຮ່ວມພັນທະມິດກັບອັງກິດ ແລະ ອົສຕຣາລີ ພ້ອມທັງຂາຍກຳປັ່ນດຳນ້ຳນິວເຄລຍໃຫ້ອົສຕຣາລີ, ສິ່ງນີ້ເປັນການທ້າທາຍເກາະຜິດ, ທັງແມ່ນການປ່າວຂ່າວສົງຄາມທີ່ບໍ່ຈຳເປັນ. ປັດຈຸບັນ, ໂລກຕ້ອງການລັດທິຫຼາຍຝ່າຍ, ຕ້ອງການຊອກຫາສັນຕິວິທີເພື່ອແກ້ໄຂການປະທະກັນ.

ຂະນະດຽວກັນ, ການທີ່ປະເທດຕາເວັນຕົກ ເຊັ່ນ: ອາເມຣິກາເປັນຕົ້ນລົງໂທດຣັດເຊຍຫຼາຍຮອບນັ້ນ ໄດ້ເກີດມີຜົນສະທ້ອນຕອບໂຕ້ຄືນນັບມື້ນັບພົ້ນເດັ່ນ, ຫຼາຍປະເທດຂອງເອີຣົບໄດ້ຕົກຢູ່ໃນວິກິດການດ້ານພະລັງງານ, ໄພເງິນເຟິ້ສູງ ແລະ ຄວາມຫຍຸ້ງຍາກອື່ນໆ, ທັງອາດຈະພົບກັບການຊຸດໂຊມດ້ານເສດຖະກິດ. ຜູ້ຊ່ຽວຊານອາຟຣິກກາໃຕ້ວິເຄາະວ່າ: ເອີຣົບພວມປະສົບກັບວິກິດການດ້ານພະລັງງານທີ່ໜັກໜ່ວງທີ່ສຸດໃນປະຫວັດສາດ ແລະ ພວມຈ່າຍຄ່າເສຍຫາຍເພື່ອເຈຕະນາທີ່ບໍ່ດີດ້ານພາກພື້ນຂອງອາເມຣິກາ.