ໃນຕໍ່ໜ້າໄພແຫ້ງແລ້ງຈະເກີດຂຶ້ນເລື້ອຍໆຢູ່ລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄອງຄອຍການຮ່ວມມືດ້ານຊັບພະຍາກອນນ້ຳຢູ່ລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ

2022-08-26 10:49:28 CRI


ເນື່ອງຈາກອຸນຫະພູມສູງແບບຜິດປົກກະຕິ ເຮັດໃຫ້ໂລກຮ້ອນຂຶ້ນຫຼາຍໃນລະດູຮ້ອນປີນີ້. ພະຍາດ, ໄພແຫ້ງແລ້ງ, ອັກຄີໄພຢູ່ເທິງພູ ແລະໄພທຳມະຊາດອື່ນໆທີ່ເກີດຂຶ້ນເນື່ອງຈາກອຸນຫະພູມສູງຂຶ້ນໄດ້ກາຍເປັນໄພຂົ່ມຂູ່ອັນຮ້າຍແຮງທີ່ກະທົບເຖິງການຜະລິດຂອງສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ຫວ່າງບໍ່ດົນມານີ້, ນັກວິທະຍາສາດຈີນໄດ້ເຜີຍແຜ່ບົດລາຍງານການຄົ້ນຄວ້າສະບັບຫຼ້າສຸດ ໂດຍສະແດງໃຫ້ເຫັນວ່າ, ນັບແຕ່ປີ 2020 ຫາ 2050, ໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງແບບຮ້າຍແຮງ ຢູ່ລຸ່ມແມ່ນ້ຳລ້ານຊ້າງ- ແມ່ນ້ຳຂອງຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ, ປະເທດຢູ່ລຸ່ມແມ່ນ້ຳຕ້ອງການເພີ່ມທະວີການຮ່ວມມືດ້ານຊັບພະຍາກອນນ້ຳ, ຮ່ວມກັນຮັບມືກັບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ.


 

ອີງຕາມຜົນການຄົ້ນຄວ້າສະແດງໃຫ້ເຫັນວ່າ, ເນື່ອງຈາກຜົນກະທົບຍ້ອນດິນຟ້າອາກາດຮ້ອນຂຶ້ນຢູ່ໃນໂລກ, ໃນຊຸມປີມໍ່ໆມານີ້, ຢູ່ລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເກີດມີໄພແຫ້ງແລ້ງເລື້ອຍໆ, ໃນຮອບ 30 ປີທີ່ຜ່ານມາ, ໄພແຫ້ງແລ້ງໄດ້ສົ່ງຜົນກະທົບເຖິງປະຊາກອນຫຼາຍກວ່າ 66 ລ້ານຄົນຢູ່ອາຊີຕາເວັນອອກສຽງໃຕ້, ໃນ 5 ປີທີ່ຜ່ານມາ, ເນື້ອທີ່ດິນ 70% ແລະ ປະຊາກອນ 60% ຂອງອາຊີຕາເວັນອອກສຽງໃຕ້ໄດ້ປະສົບຜົນກະທົບຢ່າງໜັກໜ່ວງຈາກໄພແຫ້ງແລ້ງ.

 

ຜົນການຄົ້ນຄວ້າຍັງຢືນຢັນວ່າ, ອ່າງເກັບນ້ຳແບບຂັ້ນໄດຢູ່ຕາມສາຍຫຼັກແມ່ນ້ຳລ້ານຊ້າງສາມາດຫຼຸດຜ່ອນຜົນກະທົບຈາກໄພແຫ້ງແລ້ງຕາມລຳແມ່ນ້ຳຂອງຢ່າງມີປະສິດທິຜົນ, ຮັບປະກັນການຜະລິດກະສິກຳ ແລະ ຄວາມໝັ້ນຄົງດ້ານຊັບພະຍາກອນນ້ຳຂອງປະເທດຢູ່ຍ່ານໃຕ້. ພ້ອມກັນນັ້ນ, ການຈັດສັນນ້ຳຂອງອ່າງເກັບນ້ຳແບບຂັ້ນໄດກໍມີຜົນດີຕໍ່ການປ້ອງກັນໄພນ້ຳຖ້ວມຢູ່ຍ່ານໃຕ້, ເຊິ່ງມີປະສິດທິຜົນຢ່າງພົ້ນເດັ່ນຕໍ່ການປ້ອງກັນໄພນ້ຳຖ້ວມຢູ່ຈີນ ແລະ ພາກເໜືອຂອງປະເທດລາວ.

 

ປັດຈຸບັນນີ້, ອ່າງເກັບນ້ຳແບບຂັ້ນໄດຕາມສາຍຫຼັກແມ່ນ້ຳລ້ານຊ້າງພຽງແຕ່ໄດ້ເສີມຂະຫຍາຍບົດບາດທີ່ຈັດສັນນ້ຳຕາມລະດູການເທົ່ານັ້ນ, ຍັງເປັນການຍາກທີ່ຈະສາມາດແກ້ໄຂໄພແຫ້ງແລ້ງຫຼາຍປີຕິດຕໍ່ກັນທີ່ອາດຈະເກີດຂຶ້ນຢູ່ລຸ່ມແມ່ນ້ຳໄດ້ຢ່າງມີປະສິດທິຜົນ, ດັ່ງນັ້ນຈຶ່ງຄອງຄອຍການເພີ່ມທະວີການຮ່ວມມືດ້ານຊັບພະຍາກອນນ້ຳຢູ່ລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນອະນາຄົດ, ຊຸກຍູ້ຄວາມໝັ້ນຄົງດ້ານຊັບພະຍາກອນນ້ຳ ແລະ ການປ້ອງກັນ ບັນເທົາໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງຂອງປະເທດຕ່າງໆຢູ່ລຸ່ມແມ່ນ້ຳ.