ຢູ່ຫຼາຍສະຖານທີ່ຂອງການາດາໄດ້ເກີດເຫດໃຊ້ມີດແທງຄົນ ເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນ

2022-09-05 12:12:14 cri


ຕຳຫຼວດການາດາໄດ້ແຈ້ງໃຫ້ຮູ້ໃນວັນທີ 4 ກັນຍານີ້ວ່າ:ຢູ່ຫຼາຍສະຖານທີ່ຂອງແຂວງຊາສກາເຈວັນ ທາງພາກກາງປະເທດການາດາໄດ້ເກີດເຫດການໃຊ້ມີດແທງຄົນໃນມື້ດຽວກັນ,ເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນ.ຝ່າຍຕຳຫຼວດພວມໄລ່ຈັບຜູ້ຕ້ອງສົງໄສກະທຳຄວາມຜິດສອງຄົນ.


ຝ່າຍຕຳຫຼວດການາດາໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ:ນັບແຕ່ເວລາ 5 ໂມງ 40 ນາທີຕາມເວລາທ້ອງຖິ່ນ,ຕຳຫຼວດຢູ່ຫຼາຍແຫ່ງຂອງແຂວງຊາສກາເຈວັນ ໄດ້ຮັບໂທລະສັບແຈ້ງເຫດກ່ຽວກັບເຫດການແທງຄົນ ຢ່າງເປັນລຳດັບ.ຫຼັງຈາກນັ້ນ,ຕຳຫຼວດໄດ້ພົບເຫັນຜູ້ເສຍຊີວິດ 10 ຄົນຢູ່ 13 ບ່ອນຂອງແຂວງດັ່ງກ່າວ,ຍັງມີຜູ້ບາດເຈັບຢ່າງໜ້ອຍ 15 ຄົນຖືກສົ່ງໄປໂຮງໝໍເພື່ອຮັບການປິ່ນປົວ.ຜ່ານການສືບສວນໃນເບື້ອງຕົ້ນສະແດງໃຫ້ເຫັນວ່າ:ມີຜູ້ຊາຍສອງຄົນປະຕິບັດການຫຼອນໂຈມຕີຕ່າງໆ,ຫຼັງຈາກນັ້ນໄດ້ຂັບລົດໜີອອກຈາກສະຖານທີ່ເກີດເຫດ.