ເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ປະຊາຄົມໂລກພະຍາຍາມຮ່ວມກັນ ເພື່ອຕ້ານກັບມົນລະພິດທາງອາກາດ

2022-09-08 10:33:46 CRI

ເນື່ອງໃນໂອກາດວັນອາກາດສົດໃສທ້ອງຟ້າສີຄາມສາກົນຄືວັນທີ 7 ກັນຍາ ເຊິ່ງປີນີ້ເປັນປີທີ 3, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ກ່າວປາໄສຜ່ານທາງວີດີໂອໃນວັນດັ່ງກ່າວ ໂດຍຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງພະຍາຍາມຮ່ວມກັນ ເພື່ອປ້ອງກັນ ແລະ ຄວບຄຸມມົນລະພິດທາງອາກາດ.

ທ່ານອັນໂຕນີໂອ ກູເຕີເຣັສ ໄດ້ຮຽກຮ້ອງໃຫ້ລົງທຶນດ້ານພະລັງງານໝູນວຽນ, ຍຸດຕິການນຳໃຊ້ເຊື້ອເພີງຟອດຊິວໂດຍໄວ, ປ່ຽນໃຊ້ລົດປອດການປ່ອຍຄວັນເສຍ ຫຼື ຍານພາຫະນະອື່ນໆໃນການຄົມມະນາຄົມ, ໃຊ້ຮູບແບບທີ່ມີຄວາມສະອາດຫຼາຍກວ່າເກົ່າໃນການປຸງແຕ່ງອາຫານ, ສ້າງຄວາມອຸ່ນ ແລະ ສ້າງແອເຢັນ. ໃນຂະນະດຽວກັນກໍເຮັດວຽກຕິດຕາມມົນລະພິດທາງອາກາດໃຫ້ດີ, ສ້າງກົດໝາຍ ແລະ ແຜນປະຕິບັດງານໂດຍອີງຕາມມາດຕະຖານທີ່ລະບຸໄວ້ໃນແນວທາງຄຸນນະພາບອາກາດທົ່ວໂລກຂອງອົງການອະນາໄມໂລກ, ຫຼຸດການປ່ອຍອາຍພິດເຮືອນແກ້ວຈາກລົດຍົນ, ໂຮງຜະລິດໄຟຟ້າ, ອຸດສາຫະກຳການກໍ່ສ້າງ ແລະ ອຸດສາຫະກຳການຜະລິດ.

ທ່ານອັນໂຕນີໂອ ກູເຕີເຣັສ ຍັງກ່າວເນັ້ນຕື່ມວ່າ: ການເຄື່ອນໄຫວດັ່ງກ່າວອາດຈະສາມາດຊ່ວຍເຫຼືອຊີວິດຂອງຫຼາຍລ້ານຄົນໃນແຕ່ລະປີ, ທັງສາມາດຫຼຸດຜ່ອນການປ່ຽນແປງອາກາດ ແລະ ເລັ່ງການພັດທະນາແບບຍືນຍົງ. ການເກີດມົນລະພິດທາງອາກາດມັນໄຮ້ພົມແດນ, ປະເທດຕ່າງໆຕ້ອງພະຍາຍາມຮ່ວມກັນ ເພື່ອຕ້ານກັບມົນລະພິດທາງອາກາດ.