ຈີນເຕືອນໃຫ້ອາເມຣິກາຍຸດຕິສົ່ງສັນຍານອັນຜິດພາດໃຫ້ອິດທິກຳລັງແບ່ງແຍກໄຕ້ຫວັນອອກເປັນເອກະລາດທັນທີ

2022-09-09 11:08:17 CRI

ໂດຍແນໃສ່ກໍລະນີທີ່ສະມາຊິກລັດຖະສະພາອາເມຣິກາຢ້ຽມຢາມເຂດໄຕ້ຫວັນຈີນ, ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວເນັ້ນໃນກອງປະຊຸມຖະແຫຼງ ຂ່າວທີ່ຈັດຂຶ້ນໃນວັນທີ 8 ກັນຍານີ້ວ່າ: ຈີນເຕືອນນັກການເມືອງອາເມຣິກາບາງຄົນ ຕ້ອງເຄົາລົບຫຼັກການປະເທດຈີນດຽວ ແລະ ຖະແຫຼງການຮ່ວມລະຫວ່າງຈີນ-ອາເມຣິກາ ສາມສະບັບ, ຍຸດຕິການໄປມາຫາສູ່ກັນກັບເຈົ້າໜ້າທີ່ໄຕ້ຫວັນໃນທຸກຮູບແບບທັນທີ ແລະ ຍຸດຕິສົ່ງສັນຍານອັນ ຜິດພາດໃຫ້ອິດທິກຳລັງແບ່ງແຍກໄຕ້ຫວັນອອກເປັນເອກະລາດທັນທີ.

ທ່ານນາງໝາວໜິງ ຊີ້ອອກວ່າ: ສະມາຊິກລັດຖະສະພາອາເມຣິກາທີ່ກ່ຽວຂ້ອງໄປຢ້ຽມ ຢາມໄຕ້ຫວັນ ເຊິ່ງເປັນການລະເມີດຫຼັກການປະເທດຈີນດຽວ ແລະ ຖະແຫຼງການຮ່ວມລະ ຫວ່າງຈີນ-ອາເມຣິກາສາມສະບັບ ຢ່າງໜັກໜ່ວງ ແລະ ເປັນການຝ່າຝືນຄຳໝັ້ນສັນຍາຂອງ ອາເມຣິກາເອງທີ່ວ່າຮັກສາແຕ່ການພົວພັນບໍ່ເປັນທາງການກັບໄຕ້ຫວັນ, ຈີນສະແດງຄວາມບໍ່ ພໍໃຈຢ່າງຮຸນແຮງ ແລະ ຄັດຄ້ານຢ່າງເດັດດ່ຽວ.

ທ່ານນາງໝາວໜິງ ຍັງກ່າວເນັ້ນຕື່ມວ່າ: ຢູ່ໃນໂລກນີ້, ປະເທດຈີນມີພຽງປະເທດດຽວ, ໄຕ້ຫວັນແມ່ນພາກສ່ວນໜຶ່ງທີ່ແບ່ງແຍກອອກຈາກປະເທດຈີນບໍ່ໄດ້, ລັດຖະບານສາທາລະນະ ລັດປະຊາຊົນຈີນແມ່ນລັດຖະບານທີ່ຊອບດ້ວຍກົດໝາຍພຽງໜຶ່ງດຽວທີ່ຕາງໜ້າປະເທດຈີນໄດ້, ຄວາມຕັດສິນໃຈຂອງຈີນຈະບໍ່ປ່ຽນແປງຢ່າງເດັດຂາດຜໃນການຕໍ່ຕ້ານອິດທິກຳລັງແບ່ງແຍກ ໄຕ້ຫວັນອອກເປັນເອກະລາດ ກໍຄືການແຊກແຊງຈາກພາຍນອກ. ຈີນຈະໃຊ້ມາດຕະການ ອັນແຂງແຮງ ເພື່ອປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຢ່າງເດັດດ່ຽວ.