ສະມັດຊາໃຫຍ່ ສປຊ ຕົກລົງສ້າງຕັ້ງຫ້ອງການບັນຫາຊາວໜຸ່ມ

2022-09-09 10:47:27 CRI

ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຮັບຮອງເອົາມະຕິໃນວັນທີ 8 ກັນຍານີ້ ໂດຍຕົກລົງສ້າງຕັ້ງຫ້ອງການບັນຫາຊາວໜຸ່ມອົງການສະຫະປະຊາຊາດ.

ອີງຕາມມະຕິດັ່ງກ່າວ, ຫ້ອງການບັນຫາຊາວໜຸ່ມອົງການສະຫະປະຊາຊາດຈະນຳໜ້າເຂົ້າຮ່ວມໃນຂົງເຂດສັນຕິພາບແລະຄວາມໝັ້ນຄົງ, ການພັດທະນາແບບຍືນຍົງ, ສິດທິມະນຸດ ແລະ ຊຸກຍູ້ການແກ້ໄຂບັນຫາຊາວໜຸ່ມໃນຂອບອົງການສະຫະປະຊາຊາດ; ຊຸກຍູ້ໃຫ້ຊາວໜຸ່ມ ແລະ ອົງການຈັດຕັ້ງຊາວໜຸ່ມເຂົ້າຮ່ວມວຽກງານອົງການສະຫະປະຊາຊາດ; ສົ່ງເສີມລະບົບອົງການສະຫະປະຊາຊາດເພີ່ມທະວີການປະສານງານ, ການປະສານສົມທົບກັນ ແລະ ສືບສວນຫາຄວາມຮັບຜິດຊອບ ໃນບັນຫາຊາວໜຸ່ມ; ສະໜັບສະໜູນການເພີ່ມຄວາມເປັນຕົວແທນຂອງຊາວໜຸ່ມໃນອົງການສະຫະປະຊາຊາດ; ສະໜັບສະໜູນໃນການຊຸກຍູ້ການສຶກສາອົບຮົມ, ການອົບຮົມເຕັກນິກ, ການກໍ່ສ້າງຄວາມສາມາດ ແລະອື່ນໆ ທີ່ມີຜົນດີຕໍ່ການພັດທະນາຂອງຊາວໜຸ່ມ.