ໂຄງການທຶນຕ່າງປະເທດສຳຄັນຂອງຈີນໂດຍລວມມີຄວາມຄືບໜ້າດີສົມຄວນ

2022-09-09 11:07:17 cri

ວັນທີ 8 ກັນຍານີ້, ທ່ານນາງຊູ້ເຈຍຖິງ ໂຄສົກກະຊວງການຄ້າຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ປັດຈຸບັນ, ໂຄງການທຶນຕ່າງປະເທດສຳຄັນຂອງຈີນໂດຍລວມມີຄວາມຄືບໜ້າດີພໍສົມຄວນ.

“ອີງຕາມຕົວເລກສະຖິຕິຂອງກະຊວງການຄ້າຈີນໃຫ້ຮູ້ວ່າ: ໃນລະຫວ່າງເດືອນມັງກອນຫາເດືອນກໍລະກົດປີນີ້, ໂຄງການໃຫຍ່ທີ່ມີທຶນຕ່າງປະເທດມູນຄ່າຫຼາຍກວ່າ 100 ລ້ານໂດລາສະຫະລັດຕາມສັນຍາໃນທົ່ວປະເທດຈີນ ໄດ້ຮັບທຶນຕ່າງປະເທດຕົວຈິງ 66,85 ຕື້ໂດລາສະຫະລັດ, ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍ 35,0%, ກວມເອົາທຶນຕ່າງປະເທດທີ່ນຳໃຊ້ຕົວຈິງໃນໄລຍະດຽວກັນຂອງຈີນເຖິງ 53,9%.”

ທ່ານນາງຊູ້ເຈຍຖິງກ່າວຕື່ມວ່າ: ກະຊວງການຄ້າຈີນໄດ້ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງສ້າງຕັ້ງໜ່ວຍງານສະເພາະກິດສຳລັບໂຄງການທຶນຕ່າງປະເທດທີ່ສຳຄັນ, ປັດຈຸບັນໄດ້ແກ້ໄຂບັນຫາແລະຄວາມຫຍຸ້ງຍາກປະເພດຕ່າງໆຂອງວິສາຫະກິດແລະໂຄງການຕ່າງປະເທດ. “ໃນຕໍ່ໜ້າ, ໜ່ວຍງານສະເພາະກິດຈະປັບປຸງແລະກຳນົດລາຍຊື່ຂອງໂຄງການທຶນຕ່າງປະເທດທີ່ສຳຄັນງວດໃໝ່, ສົ່ງເສີມໂຄງການທຶນຕ່າງປະເທດຫຼັກໝາຍໃນຂົງເຂດຂະແໜງການຜະລິດທີ່ກ້າວໜ້າທີ່ມີຂະໜາດການລົງທຶນໃຫຍ່ແລະມີບົດບາດການນຳພາທີ່ເຂັ້ມແຂງ, ເພີ່ມທະວີການບໍລິການທຸກຂັ້ນຕອນແລະການຮັບປະກັນຢ່າງຮອບດ້ານ, ຊຸກຍູ້ໃຫ້ໂຄງການທຶນຕ່າງປະເທດຫຼາຍກວ່າເກົ່າຜະລິດຜົນແລະບັນລຸເປົ້າໝາຍການຜະລິດໂດຍໄວ ເພື່ອເສີມຂະຫຍາຍບົດບາດນຳພາຂອງໂຄງການທຶນຕ່າງປະເທດໃຫຍ່, ປະກອບສ່ວນອັນຕັ້ງໜ້າເຂົ້າໃນການຊຸກຍູ້ການເຕີບໂຕຂອງທຶນຕ່າງປະເທດແລະຮັກສາຄວາມໝັ້ນທ່ຽງຂອງເສດຖະກິດ.”