ຈີນຫວັງວ່າຫ້ອງການສຳນັກງານຂ້າຫຼວງໃຫຍ່ສິດທິມະນຸດ ສປຊ ຈະເຄົາລົບຫຼັກການພາວະວິໄສ, ຍຸຕິທຳ ແລະ ບໍ່ຫັນເປັນການເມືອງ

2022-09-09 16:14:28 CRI


ທ່ານໄຕ້ປິ່ງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດ ໄດ້ກ່າວໃນວັນທີ 8 ກັນຍານີ້ວ່າ: ຈີນຫວັງວ່າທ່ານວອນເກີ ເຕິກ ຂ້າຫຼວງໃຫຍ່ວຽກງານສິດທິມະນຸດ ຂອງອົງການສະຫະປະຊາຊາດຄົນໃໝ່ ຈະນຳພາຫ້ອງການຂ້າຫຼວງໃຫຍ່ສິດທິມະນຸດເຄົາລົບຫຼັກການພາວະວິໄສ, ຍຸຕິທຳ, ບໍ່ມີການຈຳແນກ ແລະ ບໍ່ຫັນເປັນການເມືອງ, ສຸມໃສ່ຊຸກຍູ້ການສົນທະນາຢ່າງສະເໝີພາບ ແລະ ລຶບລ້າງຄວາມຂັດແຍ້ງກັນລະຫວ່າງປະເທດສະມາຊິກ, ຈີນເດັດດ່ຽວຄັດຄ້ານສອງມາດຕະຖານ ແລະ ຄັດຄ້ານການຫັນບັນຫາສິດທິມະນຸດໃຫ້ເປັນບັນຫາການເມືອງ ເພື່ອໃຊ້ເປັນເຄື່ອງມື.

   ໃນວັນດັ່ງກ່າວ, ຄະນະຜູ້ຕາງໜ້າຈີນໄດ້ເຂົ້າຮ່ວມພິທີທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດແຕ່ງຕັ້ງທ່ານວອນເກີ ເຕິກ ເປັນຂ້າຫຼວງໃຫຍ່ສິດທິມະນຸດອົງການສະຫະປະຊາຊາດ ເຊິ່ງການແຕ່ງຕັ້ງດັ່ງກ່າວໄດ້ຜ່ານການອະນຸມັດຢ່າງເປັນເອກະສັນຈາກສະມັດຊາໃຫຍ່ອົງການສະຫະປະຊາຊາດມາກ່ອນແລ້ວ. ພາຍຫຼັງອະນຸມັດການແຕ່ງຕັ້ງແລ້ວ, ທ່ານໄຕ້ປິ່ງ ກ່າວວ່າ: ຫວັງວ່າພາຍຫຼັງທ່ານວອນເກີ ເຕິກ ຂຶ້ນດຳລົງຕຳແໜ່ງແລ້ວ, ທ່ານຈະນຳພາຫ້ອງການຂ້າຫຼວງໃຫຍ່ສິດທິມະນຸດປະຕິບັດໜ້າທີ່ຂອງຕົນ ໂດຍອີງຕາມການມອບສິດຈາກມະຕິເລກທີ 48/141 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ແລະ ສະພາມົນຕີສິດທິມະນຸດຢ່າງເຂັ້ມງວດ ເພື່ອສຸມໃສ່ຊຸກຍູ້ການສົນທະນາ ແລະ ການຮ່ວມມືດ້ານສິດທິມະນຸດ.