ອີຣານກ່າວວ່າໄດ້ປະສານສົມທົບກັນສືບສວນຮ່ອງຮອຍຢູເຣນຽມທີ່ຄົ້ນພົບຢູ່ສະຖານທີ່ທີ່ບໍ່ໄດ້ຈົດທະບຽນ

2022-09-14 15:18:16 cri

      ວັນທີ 13 ກັນຍານີ້, ທ່ານ ເບຣຸສ໌ ຄາມາວານດີ ໂຄສົກອົງການພະລັງງານປະລະມານູອີຣານກ່າວວ່າ: ອີຣານໄດ້ແຈ້ງຂໍ້ມູນແລະຕອບຄຳຖາມຕໍ່ອົງການພະລັງງານປະລະມານູສາກົນກ່ຽວກັບຮ່ອງຮອຍຢູເຣນຽມທີ່ໄດ້ຄົ້ນພົບຢູ່ສະຖານທີ່ສາມແຫ່ງທີ່ບໍ່ໄດ້ຈົດທະບຽນ,ພ້ອມທັງຈັດກອງປະຊຸມເຈລະຈາເພື່ອແກ້ໄຂບັນຫາທີ່ບໍ່ຈະແຈ້ງ.

    ຂ່າວແຈ້ງໃຫ້ຮູ້ວ່າ: ວັນທີ 12 ກັນຍານີ້, ທ່ານ ຣາເຟວ ໂກຣຊີ ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນກ່າວວ່າ: ອີຣານຍັງບໍ່ໄດ້ໃຫ້ຄຳອະທິບາຍດ້ານເຕັກນິກທີ່ໜ້າເຊື່ອຖືກ່ຽວກັບຮ່ອງຮອຍຢູເຣນຽມທີ່ໄດ້ຄົ້ນພົບຢູ່ສະຖານທີ່ສາມແຫ່ງທີ່ບໍ່ໄດ້ຈົດທະບຽນເທື່ອ.