ກອງປະຊຸມຄັ້ງທີ 22 ຂອງສະພາປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້ໄດ້ຮັບຜົນສຳເລັດທີ່ສຳຄັນຫຼາຍຢ່າງ

2022-09-16 22:06:52 CRI

ຕາມຂ່າວCRI ວັນທີ 16 ກັນຍານີ້, ກອງປະຊຸມຄັ້ງທີ 22 ຂອງສະພາປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້ໄດ້ຈັດຂຶ້ນຢູ່ສູນກອງປະຊຸມສາກົນຊາມາຄານ.

 ຜູ້ນຳບັນດາປະເທດສະມາຊິກອົງການຮ່ວມມືຊຽງໄຮ້ໄດ້ລົງນາມແລະອອກ “ຖະແຫຼງການຊາມາຄານສະພາປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້”. ກອງປະຊຸມໄດ້ອອກຖະແຫຼງການແລະເອກະສານຫຼາຍສະບັບກ່ຽວກັບການປົກປັກຮັກສາຄວາມປອດໄພດ້ານສະບຽງອາຫານສາກົນ, ຄວາມປອດໄພດ້ານພະລັງງານສາກົນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການປົກປັກຮັກສາຄວາມປອດໄພ ຄວາມໝັ້ນທ່ຽງແລະຄວາມຫຼາກຫຼາຍຂອງຕ່ອງໂສ້ການສະໜອງ, ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈດ້ານພາລະໜ້າທີ່ການເຂົ້າຮ່ວມອົງການຮ່ວມມືຊຽງໄຮ້ຂອງອີຣານ, ເລີ່ມດຳເນີນລະບຽບການຮັບເອົາເບລາຣຸດຊີເປັນປະເທດສະມາຊິກ, ອະນຸມັດໃຫ້ເອຢິບ, ອາຣັບບີຊາອຸດິດ, ກາຕາແລະເຫັນດີໃຫ້ບາເລນ, ມານດີວ, ເອເມຣັດອາຣັບ, ກຸເວດ ແລະມຽນມາເປັນຄູ່ສົນທະນາໃໝ່, ພ້ອມທັງໄດ້ອະນຸມັດໂຄງຮ່າງປະຕິບັດສົນທິສັນຍາວ່າດ້ວຍການຮ່ວມມືຍາວນານທີ່ມີໄມຕີຈິດມິດຕະພາບຖານບ້ານໃກ້ເຮືອນຄຽງລະຫວ່າງບັນດາປະເທດສະມາຊິກໃນ 5 ປີຂ້າງໜ້າແລະມະຕິຕົກລົງອີກຫຼາຍສະບັບ.