ປະຊາຊົນອາຟການີສະຖານຄັດຄ້ານອາເມຣິກາຍ້າຍຊັບສິນທີ່ຖືກອາຍັດຂອງທະນາຄານກາງອາຟການີສະຖານ

2022-09-18 14:50:50 cri


ວັນທີ 17 ກັນຍານີ້, ປະຊາຊົນອາຟການີສະຖານຫຼາຍຮ້ອຍຄົນໄດ້ໂຮມຊຸມນຸມຢູ່ໜ້າປະຕູຫ້ອງການອະດີດຄະນະກຳມະການສິດທິມະນຸດທີ່ນະຄອນຫຼວງກາບູນຂອງອາຟການີສະຖານ ເພື່ອປະທ້ວງລັດຖະບານອາເມຣິກາທີ່ໄດ້ປະກາດໃນວັນທີ 14 ກັນຍານີ້ວ່າ: ຈະຍ້າຍຊັບສິນທີ່ມີມູນຄ່າ 3,5 ຕື້ໂດລາສະຫະລັດຂອງທະນາຄານກາງອາຟາການີສະຖານທີ່ຖືກອາຍັດນັ້ນ ໄປສູ່ “ກອງທຶນອາຟການີສະຖານ” ທີ່ສ້າງຕັ້ງຂຶ້ນໃໝ່ຢູ່ສະວິສ.

ຜູ້ປະທ້ວງໄດ້ຮ້ອງຄຳຂວນຕໍ່ຕ້ານອາເມຣິກາດ້ວຍສຽງສູງ, ກ່າວປະນາມອາເມຣິກາທີ່ຄວນຮັບຜິດຊອບຕໍ່ມະນຸດສະທຳແລະວິກິດການດ້ານເສດຖະກິດໃນປັດຈຸບັນຂອງອາຟການີສະຖານ, ຮຽກຮ້ອງໃຫ້ອົງການສິດທິມະນຸດຕັກເຕືອນໃຫ້ອາເມຣິກາຍົກເລີກການອາຍັດຊັບສິນຂອງອາຟການີສະຖານ.