ອົງການສະຫະປະຊາຊາດຈັດໂຄງການລະດົມທຶນດ້ານການສຶກສາສາກົນໃຫ້ປະເທດທີ່ມີລາຍຮັບລະດັບກາງແລະຕ່ຳ

2022-09-19 18:07:39 CRI


    ວັນທີ 17 ກັນຍານີ້, ອົງການສະຫະປະຊາຊາດເລີ່ມຈັດໂຄງການລະດົມທຶນດ້ານການສຶກສາສາກົນໃຫ້ປະເທດທີ່ມີລາຍຮັບລະດັບກາງແລະຕ່ຳ ເພື່ອສະໜອງເງິນທຶນການສຶກສາໃຫ້ຊາວໜຸ່ມ ແລະ ເດັກນ້ອຍຂອງປະເທດເຫຼົ່ານີ້້.


     ນັບແຕ່ພະຍາດໂຄວິດ-19 ແຜ່ລະບາດເປັນຕົ້ນມາ, ຫຼາຍປະເທດໄດ້ຫຼຸດງົບປະມານການສຶກສາໃຫ້ໜ້ອຍລົງ, ແຕ່ການສຶກສາແມ່ນປັດໄຈສຳຄັນສຳລັບສັນຕິພາບ, ຄວາມຈະເລີນ ແລະ ສະຖຽນລະພາບທາງສັງຄົມ, ການຫຼຸດງົບປະມານດ້ານການສຶກສາຈະເຮັດໃຫ້ເກີດວິກິດການຮ້າຍແຮງກວ່າເກົ່າ. ປະເທດທີ່ພວມພັດທະນາຈຳນວນຫຼາຍຕ້ອງການສະໜັບສະໜູນດ້ານການສຶກສາໂດຍດ່ວນ, ຍ້ອນແນວນີ້ຈິ່ງໄດ້ຈັດໂຄງການລະດົມທຶນດ້ານການສຶກສາສາກົນຂຶ້ນ ເພື່ອຊ່ວຍເຫຼືອຊາວໜຸ່ມ ແລະ ເດັກນ້ອຍພ້ອມທັງເດັກນ້ອຍທີ່ຊັດເຊພະເນຈອນ ແລະ ຜູ້ເປັນຊາວອົບພະຍົບຂອງປະເທດທີ່ມີລາຍຮັບລະດັບກາງ ແລະ ຕ່ຳ .


     ປັດຈຸບັນ, ຊາວໜຸ່ມ ແລະ ເດັກນ້ອຍຈຳນວນຫຼາຍຮ້ອຍລ້ານຄົນຢູ່ໃນໂລກພວມຜະເຊີນໜ້າກັບບັນຫາການສຶກສາ. ໂຄງການລະດັບທຶນດ້ານການສຶກສາຈະສາມາດລະດົມທຶນໄດ້ 10 ຕື້ໂດລາໃນທີ່ສຸດ ເຊິ່ງແມ່ນເງິນທຶນການສຶກສາຂະໜາດໃຫຍ່ທີ່ສຸດຢູ່ໃນໂລກນັບມາຮອດປັດຈຸບັນ.